趙曉虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ້າງ​ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ທີ່​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ

2019-06-15 10:12:51 cri

圖片默認標題_fororder_bisi
(ວັນ​ທີ 14 ມີ​ຖຸ​ນານີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 19)

ວັນ​ທີ 14 ມີ​ຖຸ​ນານີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມສະ​ພາ​ມົນ​ຕີ​ປະ​ມຸກ​ລັດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 19 ໂດຍ​ໄດ້​ສະ​ເໜີ​ວ່າ​ຕ້ອງ​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້ໃຫ້​ເປັນ​ແບບ​ຢ່າງ​ແຫ່ງກ​ານ​ສາ​ມັກ​ຄີ​ກັນ ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ຮ່ວມ​ກັນ​ຮັບ​ຜິດ​ຊອບ​​ຕໍ່ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ສ່ຽງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ກວມ​ລວມ ​ແລະ​ຮຽນ​ຮູ້​ເຊິ່ງ​ກັນ​ແລະ​ກັນ, ເພື່ອ​ສ້າງ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້​ທີ່​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ. ນີ້​ເປັນ​ການ​ສະ​ເໜີ​ຄຳ​ເຫັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ອີກ​ຄັ້ງ​ໜຶ່ງ​ຫຼັງ​ຈາກ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ທີ່​ເມືອງ​ຊິງ​ຕາວ​ປີ 2018 ມາ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊີ້​ນຳ​ນຳ​ພາ​ຂອງ​ຈີນ​ທີ່​ມີ​ຕໍ່​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້..

ເມື່ອ​ໄດ້​ພັດ​ທະ​ນາ​ມາ​ເປັນ​ເວ​ລາ 18 ປີ, ມາ​ຮອດ​ປັດ​ຈຸ​ບັນ ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ໄດ້​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່ກວມ​ປະ​ຊາ​ກອນ​ຫຼາຍ​ທີ່​ສຸດ ແລະ​ມີ​ເນື້ອ​ທີ່ກວ້າງ​ຂວາງ​ທີ່​ສຸດ​ຂອງ​ໂລກ, ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ​ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ​ໃນ​ສາ​ກົນ. ໃນ​ກອງ​ປະ​ຊຸມມ​ສຸດຍອດ​ຄັ້ງ​ນີ້, ທ່ານ​ໄດ້​ສະ​ເໜີ​ເຈດ​ຈຳ​ນົງ 4 ຂໍ້ເຊິ່ງ​ມີ​ຄວາມ​ໝາຍ​ຕົວ​ຈິງ​ເຊັ່ນ​ກັນ

ເຈດ​ຈຳ​ນົງ​ກ່ຽວ​ກັບ​ການ​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ໃຫ້​ເປັນ​ແບບ​ຢ່າງ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທີ່​ສະ​ເໜີ​ໂດ​ຍ​ທ່ານ​ສີ​ຈິ້​ນ​ຜິງ ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ໃນ​ເງື່ອນ​ໄຂ​ທີ່​ຄວາມ​ຂັດ​ແຍ້ງ​ກັນ​ໃນ​ສາ​ກົນ​​ແລະການ​ເມືອງ​ພູ​ມີ​ພາກ​ຮຸນ​ແຮງ​ຂຶ້ນ. ສະ​ພາບ​ການ​ແຫ່ງ​ຊາດ, ວັດ​ທະ​ນະ​ທຳ, ໄລ​ຍະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຂອ​ງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ມີ​ຄວາມ​ແຕກ​ຕ່າງ​ກັນ, ແຕ່​ອົງ​ການນີ້​ໄດ້​ພັດ​ທະ​ນາ​​ເຕີບ​ໃຫຍ່ ແມ່ນ​ຍ້ອນ​ວ່າ​ທຸກ​ຝ່າຍ​ມີ​ຄວາມ​ສາ​ມັກ​ຄີ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນໃນ​ທຸກ​ດ້ານ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຖື​ເປັນ​ປັດ​ໄຈ​ທີ່​ດີ​ທີ່​ສຸດ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສາ​ກົນ, ບົດ​ບາດ​ການທີ່​ເປັນ​ແບບ​ຢ່າງ​ແຫ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ຈະ​ສາ​ມາດ​ຊ່ວຍ​ເພີ່ມ​ຄວາມ​ເຊື່ອ​ໃຈ​ກັນ​ໃນ​ທົ່ວ​ໂລກ​ໄດ້.

ເຈດ​ຈຳ​ນົງ​ກ່ຽວ​ກັບ​ການ​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ໃຫ້​ເປັນ​ແບບ​ຢ່າງ​ທີ່​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ໝັ້ນ​ຄົງ​ແລະ​ຄວາມ​ສ່ຽງ ແມ່ນ​ໄດ້​ເລັ່ງ​ໃສ່​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ໝັ້ນ​ຄົງ ແລະ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ພ​ກາ​ພື້ນ. ​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ຍຶດ​ຖືທັດ​ສະ​ນະ​ການ​ພັດ​ທະ​ນາ​ທີ່​ຮ່ວມ​ກັນ, ກວມ​ລວມ, ຮ່ວມ​ມື​ກັນ​ແລະ​ແບບ​ຍຶນ​ຍົງ, ໂຈມ​ຕີ​ອິດ​ທິ​ກຳ​ລັງ​ທີ່​ໃຊ້​ຄວາມ​ຮຸນ​ແຮງ, ອິ​ດ​ທິ​ກຳ​ລັງ​ແບ່ງ​ແຍກ​​ປະ​ເທດແລະ​ອິດ​ທິ​ກຳ​ລັງ​ຫົວ​ຮຸນ​ແຮງ​ດ້ານ​ສາ​ສະ​ໜາ​ດ້ວຍ​ຫຼາຍ​ມາດ​ຕະ​ການ, ສະ​ກັດ​ກັ້ນ​ທ່​າ​​ອ່ຽງ​ການ​ແຜ່​ຜາຍ​ແນວ​ຄິດ​ຫົວ​ຮຸນ​ແຮງ, ​ຈີນ​ຍິນ​ດີ​ສືບ​ຕໍ່​ໃຫ້​ການ​ຊ່​ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດຂອງ​ຕົນ​ໃນ​ການ​ສ້າງ​ສາ​ອາ​ຟ​ກາ​ນີ​ສະ​ຖານ​ໃຫ້​ມີ​ສັນ​ຕິ​ພາບ​ຄືນ​ໃໝ່ ເຊິ່ງສະ​ແດງ​ໃຫ້​ເຫັນວ່າ​ຈີນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖ​ຽນ​ລະ​ພາບຂອງ​ພາກ​ພື້ນ.

ເຈດ​ຈຳ​ນົງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​​ໃຫ້ເປັນ​ແບບ​ຢ່າງ​ແຫ່ງ​ການ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນນັ້ນ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ຕໍ່​ການ​ພັດ​ທະ​ນາ​ຂອງ​ສະ​ມາ​ຊິກ​ອົງ​ການ​ດັ່ງ​ກ່າວ.​ທ່ານ​ປະ​ທານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ຄ້າ​ຫຼາຍ​ຝ່າຍ, ຮ່ວມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດກວ້າງດ ແລະ​ໄດ້​ສະ​ເໜີ​ໃຫ້ມີ​ການ​ເຊື່ອມ​ຈອດ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງກັບ​ຍຸດ​ທະ​ສາດການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ ແລະສະ​ຫະ​ພາບ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ, ຍຶດ​ໝັ້ນ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ເຊິ່ງ​ເຈດ​ຈຳ​ນົງ​ແລະ​ມາດ​ຕະ​ການ​ເຫຼົ່າ​ນີ້​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ກາ​ນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ, ​ແລະ​ກໍ່​ເປັນ​ການ​ປະ​ກອບ​ສ່ວນໃໝ່​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ມາ​ຮອດ​ທ້າຍ​ປີ 2018, ຈີນ​ໄດ້​ລົງ​ທຶນ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​​ໃນ​ຂົງ​ເຂດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳການ​ຜະ​ລິດ, ພື້ນ​ຖານ​ໂຄງ​ລ່າງ​ແລະ​ດ້ານ​ອື່ນ​ໆລວມ​ທັງ​ໝົດ​ມີ​ເຖິງ 86,2 ຕື້​ໂດ​ລາ​ສະ​ຫະ​ລັດ.

ກ່ຽວ​ກັບ​ເຈດ​ຈຳ​ນົງ​ທີ່​ສ້າງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້​ໃຫ້​ເປັນ​ແບບ​ຢ່າງ​ທີ່ກວມ​ລວມ​ແລະ​ຮຽນ​ຮູ້​ເຊິ່ງ​ກັນ​ແລະ​ກັນ ແມ່ນ​ໄດ້​ເລັ່ງ​ສາຍ​ຕາ​ໃນ​ການ​ເພີ່ມ​ພະ​ລັງ​ແຮງ​ຢ່າງ​ຕໍ່​ເນື່ອງ​ເຂົ້າ​ໃນ​ການ​ພັດ​ທ​ະ​ນາ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​​ໄຮ້. ໂດຍ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ​ສະ​ເໜີ​ອອກ​ມາ​ວ່າ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທທະ​ນະ​ທຳ, ການ​ສຶກ​ສາ, ການ​ທ່ອງ​ທ່ຽວ, ກິ​ລາ ແລະ​ສື່ມວນ​ຊົນ​ເປັນ​ຕົ້ນ, ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖີ່ນ​ກາຍ​ເປັນ​ຈຸດ​ເດັ່ນ​ຕໍ່​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ແລະ​ບຸກ​ຄະ​ລາ​ກອນ ນີ້​ຈະ​ມີ​ຜົນ​ດີ​ໃນ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ດ້ານ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ພາກ​ພື້ນ ແລະ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ກັນ​ຂຶ້ນ​ຕື່ມ, ອັນ​ເປັນ​ການ​ສ້າງ​ພື້ນ​ຖານ​ດ້ານ​ປະ​ຊາ​ຊົນ​ຢ່າງ​ໜັກ​ແໜ້ນ​ໃຫ້​ແກ່​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບກວມ​ລວມ​ຂອ​ງ​ພາກ​ພື້ນ.

ໃນ​ຖາ​ນະ​ເປັນ​ອົງ​ການ​ຮ່ວມ​ມື​ພາ​ກ​ພື້ນ​ແບບກວມ​ລວມ​ທີ່​ກວມ​ປະ​ຊາ​ກອນ​​ເກືອບ​ເຄິ່ງ​ໜຶ່ງ​ຂອງ​​ໂລກ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ສຸມ​ໃສ່​ການ​ສ້າງ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ໜັກ​ແໜ້ນກວ່າ​ເກົ່າ, ເຊິ່ງ​ມີ​ຄວາມ​ໝາຍ​ຕົວ​ຈິງ​ທີ່​ສຳ​ຄັນ​ໃນ​ການ​ໃຫ້​ທົ່ວ​ໂລກ​ຮັບ​ມືກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ແລະປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ ແລະ ​ລະ​ບຽບ​ການ​ສາ​ກົນ.

ຄຳ​ເຫັນ

0