黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ປະ​ຊາ​ຊົນ​ມຽນ​ມາ​ຮູ້​ປະ​ເທດ​ຈີນ​ຫຼາຍກວ່າ​ເກົ່າຈາກ​ຟິມສາ​ລະ​ຄະ​ດີ​ເລື່ອງ “​​ວິ​ຖີຊີ​ວິດ​ຂອງ​ຄົນ​ຈີນ​”

2019-06-17 16:33:42 cri

ຕາມ​ຂ່າວ CRI: ​ຟິມສາ​ລະ​ຄະ​ດີ​ເລື່ອງ “​ວິ​ຖີຊີ​ວິດ​ຂອງ​ຄົນ​ຈີນ​” ສະ​ບັບ​ພາ​ສາ​ມຽນ​ມາ​ໄດ້​​ອອກ​ອາ​ກາດ​ຢູ່​ຊ່ອງ Skynet knowledge ແຕ່​ວັນ​ທີ 8 ຫາ​ວັນ​ທີ 17 ມິ​ຖຸ​ນາ​ນີ້, ເຊິ່ງ​ເນື້ອ​ເລື່ອງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວິ​ຖີດຳ​ລົງ​ຊີ​ວິດ​ຂອງ​ຄົນ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ​ເຊິ່ງໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫຼວງ​ຫຼາຍ​ຈາກວົງ​ການ​ຕ່າງໆ​ຂອງ​ມຽນ​ມາ.

“​ວິ​ຖີຊີ​ວິດ​ຂອງ​ຄົນ​ຈີນ​” ແມ່ນ​ຟິມ​ສາ​ລະ​ຄະ​ດີ​​ເລື່ອງ​ຍາວ​ທີ່​ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຖ່າຍ​ທຳ​ປັນ​ເວ​ລາ 3 ປີ, ໄດ້​ແບ່ງ​ເປັນ 3 ພາກ, ແຕ່​ລະ​ພາກ​ມີ 10 ຕອນ, ໄດ້ເລົ່າ​ເລື່ອງ​ຄວາມ​ຈິງ​ຕ່າງໆ​ທີ່​ປະ​ຊາ​ຊົນ​ຈີນ​ສະ​ແຫວງ​ຫາ​ຄວາມ​ໄຝ່​ຝັນ​ຂອງ​ຕົນ​ກໍ​ຄື​ຄອບ​ຄົວ​ທີ່​ມີ​ຄວາມ​ປາ​ຖະ​ໜາ​ອັນ​ດີ​ງາມ​ຕໍ່​ອະ​ນາ​ຄົດ. ພະ​ແນກ​ພາ​ສາ​​ມຽນ​ມາ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ເລືອກ​ເຟັ້ນ​ເອົາ 10 ຕອນ​ແປ​ແລະ​ພາກ​ເປັນ​ພ​າ​ສາ​ມຽນ​ມາ​​ທັງ​ໄດ້ປັບ​ປຸງ​ຄືນ​ໃໝ່, ເຮັດ​ໃຫ້​ເນື້ອເລື່ອງ 10 ຕອນ​ນັ້ນ​ເໝາະ​​ສົມ​ຕາມຄວາມ​ຊິນ​ເຄີຍ​ຂອງ​ຜູ້​ຊົມ​ມຽນ​ມາ. ​ຟິມສາ​ລະ​ຄະ​ດີ​ເລື່ອງ​ນີ້​ທີ່​ເລົ່າ​ເລື່ອງ​ຂອງ​ຄົນ​ຈີນ​ທົ່ວ​ໄປ​ດ້ວຍ​ພາ​ສາ​ມຽນ​ມາ​ໄດ້​ອອກ​ອາ​ກາດ​ໃນ​ຕອນ​ຄຳ​ເວ​ລາ 20 ໂມງ​​ຂອງ​ທຸກທຸກວັນ, ແລະ​ອອກ​ອາ​ກາດ​ຄືນ​ໃໝ່​ໃນ​ເວ​ລາ 10 ໂມງ​ແລະ 14 ໂມງ​ຂອງ​ວັນ​ຖັດ​ໄປ.

ຄຳ​ເຫັນ

0