黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໝາກ​ຖົ່ວລຽນມູຊາງ​ຄິງ​ແຊ່​ເຢັນໝົດເປືອກ​ຂອງ​ມາ​ເລ​ເຊຍເລີ່​ມສົ່ງ​ອອກ​ສູ່​ຈີນ

2019-06-18 10:59:25 CRI

ໝາກ​ຖົ່ວລຽນສາຍ​ພັນ​ມູຊາງ​ຄິງ​ແຊ່​ເຢັນ​ໝົດ​​ເປືອກ​ຂອງ​ມາ​ເລ​ເຊຍທັງ​ໝົດ 4 ​ໂຕນ​ເລີ່​ມ ນຳ​ເຂົ້າຂາຍ​ຢູ່​ຈີນ​ເປັນ​ງວດ​ທຳ​ອິດ​ໃນ​ວັນ​ທີ 17 ມິຖຸນາ​ນີ້ ​ເຊິ່ງຄາດ​ວ່າ​ຈະ​ສົ່ງ​ເຖິງ​ນະຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 19 ​ເດືອນ​ດຽວ​ກັນ.

ທ່ານ​ຊາ​ລາ​ຮຸດ​ດິນ ຣາບາ​ນີ ລັດຖະມົນຕີ​ກະຊວງ​ກະສິກຳ​ມາ​ເລ​ເຊຍ ກ່າວ​ວ່າ: ອຸດສາຫະກຳ​ໝາກ​ຖົ່ວລຽນ​​ໃນແຕ່ລະ​ປີ​ກໍ​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ມາ​ເລ​ເຊຍ​ຢ່າງ​ມະຫາສານ​. ຄຽງ​ຄູ່​ກັບຈີນ​ອະນຸມັດການ​ນຳ​ເຂົ້າໝາກ​ຖົ່ວລຽນ​ສາຍ​ພັນ​ມູຊາງ​ຄິງ​ແຊ່​ເຢັນໝົດເປືອກ, ຄາດ​ວ່າ​ໃນ​ຕໍ່ໜ້າ​ຈະ​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​​ແກ່ມາ​ເລ​ເຊຍ​ຢ່າງ​ໜ້ອຍໄດ້​ເຖິງ 500 ລ້ານ​ລິງ​ກິດ​(ສະກຸນ​ເງິນ​ມາ​ເລ​ເຊຍ)ຕໍ່​ປີ​ ​ແລ​ະ ກະ​ຕຸ້ນ​ໃຫ້​ການ​ຜະລິດ​ໝາກ​ຖົ່ວລຽນ​ຂອງມາ​ເລ​ເຊຍ​ເພີ່ມ​ຂຶ້ນອີກ.

ທ່ານ​ປາຍ​ທ່ຽນ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ ກ່າວ​ວ່າ: ໝາກ​ຖົ່ວລຽນ​ມາ​ເລ​ເຊຍ​ມີ​ຊື່​ສຽງ​ໃນ​ໂລກ, ຂະນະ​ທີ່​ຜູ້​ບໍລິ​ໂພ​ກຊາວຈີນ​ກໍ​ນິຍົມ​ຊົມ​ຊອບ​ໝາກ​ຖົ່ວລຽນ​ມູຊາງ​ຄິງຂອງ​ມາ​ເລ​ເຊຍ​​ແລະ​ໃຫ້​ເຂົ້າ​ເຖິງ​ຕະຫຼາດຈີນ​ໂດຍ​ໄວ ​ເຊິ່ງຈະ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ອຸດສາຫະກຳ​ໝາກ​ຖົ່ວລຽນ​ມາ​ເລ​ເຊຍ​ໃຫ້​ມີ​ການ​ພັດທະນາ.

ຄຳ​ເຫັນ

0