蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​​ການແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ຈີນ-ຟີ​ລິບ​ປິນ​ເປີດ​ໃຫ້​ບໍ​ລິ​ການ​ຢູ່​ນະ​ຄອນຫຼວງ​​ມະນີ​ລາ

2019-06-18 15:24:55 CRI

ສູນ​​ການແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ຈີນ-ຟີ​ລິບ​ປິນ​​ໄດ້​ຈັດ​ພິ​ທີເປີດ​ໃຫ້​ບໍ​ລິ​ການ​ຢູ່​ນະ​ຄອນຫຼວງ​ມະນີ​ລາປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ນີ້ ເຊິ່ງ​ສູນ​ດັ່ງ​ກ່າວ​ແມ່ນ​ມະ​ຫາ​ວິທະ​ຍາ​ໄລ​​ການແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ແຂວງ​ຝູ​ຈ້ຽນ​​ເປັນ​ຜູ້​ຮ້ອງ​ຂໍ ແລະ ເປັນ “ໂຄງ​ການ​ສະ​ເພະ​ການ​ຮ່ວມ​ມື​ສາ​ກົນ​​ດ້ານ​ການແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ປີ 2018” ​ຂອງ​ອົງ​ການ​ຄຸ້ມ​ຄອງການ​ແພດ​ແລະ​ຢາ​ພື້ນ​ເມືອງ​​ແຫ່ງ​ຊາດ​ຈີນ ແລະ ກໍ​ແມ່ນ​ສູນ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ແຫ່ງ​ທຳ​ອິດ​ພາຍ​ໃນ​ປະ​ເທດ​ຟີ​ລິບ​ປິນ.

ທ່ານ​ເຈິ້ງ​ສີ​ມິງ ຫົວ​ໜ້າ​ສູນ​ດັ່ງ​ກ່າວ​ກ່າວ​ວ່າ, ສູນ​ຕົນ​ຈະ​ໃຫ້​ການ​ບໍ​ລິ​ການ​ດ້ານ​ແພດ​ສາດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ ເຊິ່ງ​ລວມ​ທັງ​ຢາ​ພື້ນ​ເມືອງ​ຈີນ, ການ​ຝັງ​ເຂັມ ແລະ ການນວດ​ແຜນ​ຈີນ​ເປັນ​ຕົ້ນ ເຊິ່ງ​ມີ​ຈຸດ​ປະ​ສົງ​ໃຫ້​ສັງ​ຄົມ​ຟີ​ລິບ​ປິນ​ເຂົ້າ​ໃຈ​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໄດ້​ດີກວ່າ​ເກົ່າ. ນອກ​ນີ້, ສູນ​ດັ່ງ​ກ່າວ​ຍັງ​ກຽມ​ຈະ​ຈັດ​ໃຫ້​ມີ​ການ​ຝຶກ​ອົບ​ຮົມ​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຊຸກ​ຍູ້​ການ​ຝຶກ​ອົບ​ຮົມ​ແພດ​ແຜນຈີນ ແລະ ການ​ໃຊ້​ຢາ​ພື້ນ​ເມືອງ​ຈີນ​ຢູ່​ຟີ​ລິບ​ປິນ ພ້ອມ​ທັງ​ເຮັດ​ໃຫ້​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ໄດ້​ຮັບ​ຄວາມນິ​ຍົມ​ຊົມ​ຊອບຈາກ​ສັງ​ຄົມ​ຟີ​ລິ​ບ​ຟິນ.

ຄຳ​ເຫັນ

0