吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແຂວງ​​ຈາ​ວາຕາ​ເວັນ​ຕົກຂອງອິນ​ໂດ​ເນ​ເຊຍ​ເກີດອຸບັດ​ຕິ​ເຫດ​ລົດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ

2019-06-18 18:00:08 cri

ວັນ​ທີ 17 ມິຖຸນາ​ນີ້, ຕຳຫຼວດ​ອິນ​ໂດ​ເນ​ເຊຍ​​ໄດ້​ເປີດ​ເຜີຍ​ວ່າ: ​ຢູ່​ທາງ​ດ່ວນ​ຂອງແຂວງຈາ​ວາຕາ​ເວັນ​ຕົກ​ປະ​ເທດ​ຕົນ​​ໄດ້​ເກີດ​ອຸບັດ​ຕິ​ເຫດ​ທາງລົດ​ຢ່າງ​ຮ້າຍ​ແຮງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ ​ແລະ​ມີ​ຜູ້​ບາດ​ເຈັບຫຼາຍສິບຄົນ.

ຕຳຫຼວດ​ແຂວງຈາ​ວາ​ຕາ​ເວັນ​ຕົກ​ໄດ້​ເປີດ​ເຜີຍ​ວ່າ: ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ມິຖຸນາ​ນີ້, ລົດ​​ເມ​ຈາກ​ນະຄອນຫຼວງ​ຈາ​ກາ​ຕ​ເພື່ອ​ແລ່ນ​ໄປ​ເມືອງ​ຊີຣີບອນ​ແຂວງຈາ​ວາ​ຕາ​ເວັນ​ຕົກ​ໄດ້​ແລ່ນ​ຜ່ານ​ແນວ​ກັ້ນທາງ​ດ່ວນຢ່າງ​ກະທັນຫັນ ​ແລະຕຳ​ໃສ່ລົດ​ເກັງ 2 ຄັນ ​ແລະ​ລົດ​ບັນທຸກ 1 ຄັນຄາ​ທີ່. ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ໄດ້​ລາຍ​ງານ​ວ່າ: ​ເຫດການ​ດັ່ງກ່າວ​​ໄດ້​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 12 ຄົນ, ຜູ້​ບາດ​ເຈັບ 43 ຄົນ ​ໃນ​ນັ້ນ ມີ 10 ຄົນ​ບາດ​ເຈັບ​ສາຫັດ ​ເຊິ່ງ​ໄດ້​ຖືກ​ໄປ​ປິ່ນປົວ​ຢູ່​ໂຮງໝໍ.

 

ຄຳ​ເຫັນ

0