黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ແລກ​ປ່ຽນກ່ຽວ​ກັບຂະ​ແໜງ​ການ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສາ​ກົນ​ປີ 2019 “Audio-Visual Chian” ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

2019-06-19 16:46:10 cri

ວັນ​ທີ 18 ມິ​ຖຸ​ນາ​ນີ້, ງານ​ແລກ​ປ່ຽນກ່ຽວ​ກັບຂະ​ແໜງ​ການ​ວິ​ທະ​ຍຸ​ແລະ​ໂທ​ລະ​ພາບ​ສາ​ກົນ​ປີ 2019 ພາຍ​ໃຕ້​ຫົວ​ຂໍ້ “Audio - Visual Chian”ໄດ້​ຈັດ​ຂຶ້ນ​ຢູ່​ງານ​ວາງ​ສະ​ແດງ​ອຸ​ປະ​ກອນ​ວິ​ທະ​ຍຸ​ໂທ​ລະ​ພາບ​ອາ​ຊີ​ສິງ​ກະ​ໂປ​ຢ່າງ​ສຳ​ເລັດ​ຜົນ, ຜູ້​​ເຂົ້າຮ່ວມ​ປ​ະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ຮ່ວມ​ມື​​ໃນຂະ​ແໜງ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ສາ​ກົນ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ​ຫົວ​ຂໍ້​ອື່ນໆ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​​ອົງ​ການ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ, ​ໂດຍ​ມີບໍ​ລິ​ສັດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຕັກ​ນິກ​ສາ​ກົນ​ຂອງ​ວິ​ທະ​ຍຸ​ໂທ​ລະ​ພາບ​ຈີນ​ເປັນຝ່າຍ​ຈັດ​ຕັ້ງ​ປະ​ຕິ​ບັດ, ກອງ​ປະ​ຊຸມ​ຄັ້ງ​ນີ້ແມ່ນ​ເວ​ທີ​ວາງ​ສະ​ແດງ​​ແບບປະ​ສົມຂອງ​ຈີນ​ປາ​ກົດ​ຕົວ​ໃຈ​ງານ​ວາງ​ສະ​ແດງ​ອຸ​ປະ​ກອນ​ເຕັກ​ນິກວິ​ທະ​ຍຸ​ໂທ​ລະ​ພາບ​ສາ​ກົນເປັນ​ຄັ້ງ​ທຳ​ອິດ. ກອງ​ປະ​ຊຸມ​ໄດ້​ປິ່ນ​ອ້ອມຫົວ​ຂໍ້​ຕົ້ນ​ຕໍ “ການ​ແລກ​ປ່ຽນ​​ກ່ຽວ​ກັບຂະ​ແໜງ​ການ​ວິ​ທະ​ຍຸ​ໂ​ທ​ລະ​ພາບ​ສາ​ກົນ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’”, ຢືນ​ຢູ່​ສະ​ພາບ​ການ​ແລະ​ລັກ​ສະ​ນະ​ພິ​ເສດ​ຂອງ​ການ​ຮ່ວມ​ກັນ​ສ້າງ​ຕະ​ຫຼາດ​ວິ​ທະ​ຍຸ​ໂທ​ລະ​ພາບ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ເປັນ​ເວ​ທີ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ​ດ້ວຍ​ການ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: ການ​ປາ​ຖະ​ກະ​ຖາ​ໃນ​ຫົວ​ຂໍ້​ສຳ​ຄັນ, ການ​ສົນ​ທະ​ນາ​ແລະ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຄ້າ​ແລະ​ອື່ນໆ​.

ຄຳ​ເຫັນ

0