黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງເວ​ທີ​ປຶກ​ສາ​ຫາ​ລື​ຈີນ-​ປະ​ເທດ​ອາ​ຣັບຈະສຸມ​ໃສ່​ການ​ປະ​ສານ​ງານແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ

2019-06-19 16:47:10 cri

ກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ຂັ້ນສູງ​ຄັ້ງ​ທີ 16 ແລະ​ການ​ສົນ​ທະ​ນາ​ຍຸດ​ທະ​ສາດ​ທາງ​ການ​ເມືອງ​ຂອງເຈົ້າ​ໜ້າ​ທີ່​​ຂັ້ນ​ສູງ​ຄັ້ງ​ທີ 5 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ປະ​ເທດອາ​ຣັບ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງອາ​ບູ​ດາ​ບີສະຫະລັດ​ອາຣັບ​ເມ​ມີ​ເຣດ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້. ​ສອງ​ຝ່າຍ​ໄດ້ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຂອງ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສອງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ໂດຍ​ເນັ້ນ​ໜັກ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ປະ​ສານງານ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ.

ຜູ້​ຕາງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ອາ​ຣັບ​ກ່າວ​ວ່າ​ຈະ​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ, ຍິນ​ດີຮ່ວມ​ກັນ​ກັບ​ຈີນ​ພາຍ​ໃຕ້​ຂອບ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ປະ​ເທດ​ອາ​ຣັບ, ຮ່ວມ​ກັນ​ຊຸ​ກ​ຍູ້​ການສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​​ກຳ​ຈັດ​ກຸ່ມຫົວ​ຮຸນ​ແຮງ, ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ຊຸກ​ຍູ້​ການ​ສົນ​ທະ​ນາ​ລະ​ຫວ່າງ​ອາ​ລະ​ຍະ​ທຳ​ຕ່າງໆ.

ທ່ານ​ໜີ​ຈ່ຽນ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳສະຫະລັດ​ອາຣັບ​ເມ​ມີ​ເຣດ​, ທ່າ​​ຄາ​ເລັດ ນະ​ເຢັ​ຟ ​ອານ-ຮັບ​ບັ​ສ ​ຜູ້​ຊ່ວຍ​ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ, ເຈົ້າ​ໜ້າ​ທີ່​ແລະ​ຜູ້​ຕາງ​ໜ້າ 120 ກວ່າ​ທ່ານ​ທີ່​ມາ​ຈາກ​ຈີນ​ແລະ 21 ປະ​ເທດ​ອາ​ຣັບ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.

ຄຳ​ເຫັນ

0