李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດ​ຈະ​ກຳ “ສະ​ແດງວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີຈີນຢູ່ອາ​ຊຽນ” ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກວົງ​ການ​ຕ່າງໆ

2019-06-19 16:40:11 cri

    ກິດ​ຈະ​ກຳ “​ສະ​ແດງວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີຈີນ​ຢູ່ອາ​ຊຽນ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ 17-18 ມິ​ຖຸ​ນານີ້, ຜູ້​ຊ່ຽວ​ຊານ​ແລະ​ນັກ​ສິ​ລະ​ປິນ​ດ້ານ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຈີນ​ເກືອບ 30 ທ່ານ​ໄດ້​ສະ​ແດງວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຈີນ​ເຊັ່ນ: ການ​ປັກ​ດອກ​ໄມ້, ສິ​ລະ​ປະ​ດ້ານເຄື່ອງ​ຫອມ, ສິ​ລະ​ປະ​ດ້ານ​ຊາ ແລະ​ອື່ນໆ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ບຸກ​ຄົນ​​ໃນວົງ​ການ​ຕ່າງໆ​ຂອງ​ອາ​ຊຽນ.

    ທ່ານ ລິມ​ຈົກ​ຮອຍ ເລ​ຂາ​ທິ​ການ​​ໃຫຍ່ອາ​ຊຽນ​ທີ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ ໄດ້​ຍ້ອງ​ຍໍ​ວ່າ “​ການ​ສະ​ແດງວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີຈີນ​ຢູ່​ອາ​ຊຽນ” ແມ່ນ​ໜຶ່ງ​ໃນ​ຜົນ​ງານ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ອາ​ຊຽນ-ຈີນ, ເຊິ່ງ​ຈະ​​ເປັນ​ການເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ສອງ​ຝ່າຍ, ທັງ​ຈະ​ມີ​ຜົນ​​ດີ​ຕໍ່​ຊາວ​ໜຸ່ມ. ທ່ານ​ກ່າວ​ຕື່ມ​ວ່າ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແມ່ນ​ໜຶ່ງ​ໃນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ-ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳຮີດ​ຄອງ​ປະ​ເພ​ນີ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ ສາ​ມາດ​ເພີ່ມ​ທະ​ວີ​ຄວາມຫຼາກຫຼາຍດ້ານວັດ​ທະ​ນະ​ທຳ​ຂອງພາກ​ພື້ນ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ການ ອ​ະ​ນຸ​ໂລມ, ຄວາມ​ເຂົ້າ​ໃຈ​ແລະ​ການ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ວັດ​ທະ​ນະ​ທຳ​ເຊິ່ງ​ກັນ​ແລະ​ກັນ​ໃນ​ພາກ​ພື້ນ​ແຫ່ງນີ້.

    ໃນ​ໄລ​ຍະ​ເຄື່ອນ​ໄຫວ​ສະ​ແດງ​ແລະ​ຢ້ຽມ​ຢາມ, ຄະ​ນະ​ຜູ້​ແທນ​ວັດ​ທະ​ນະ​ທຳ​​ຮີດ​ຄອງ​ປະ​ເພ​ນີ​ຈີນ ໄດ້​ຢ້ຽມ​ຢາມ​ສຳ​ນັກ​​ງານກອງເລ​ຂາ​ອາ​ຊຽນ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ທາ​ລະ​ນະ​ລອນດອນ​ອິນ​ໂດ​ເນ​ເຊຍ ແລະ​ອົງ​ການ​ອື່ນໆ.

ຄຳ​ເຫັນ

0