黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ່​ຫຼ່ຽມ​ສອງໜ້າ​ທີ່​ຕ່ຳ​ຕ້ອຍຂອງ​ທ່ານ ຣູ​ບີ​ໂອ ເຮັ​ດ​ໃຫ້​ຄົນ​ຍິ່ງ​ເບິ່ງ​ຍິ່ງ​ເຂົ້າ​ໃຈ

2019-06-19 16:47:44 cri

ວັນ​ທີ 18 ມິ​ຖຸ​ນານີ້, ຂ່າວ​ສານ​ລອຍ​ເຕີ​ລາຍ​ງານ​ວ່າ​: ວັນ​ທີ 17 ມິ​ຖຸ​ນາ​ຜ່ານ​ມາ, ທ່ານ ມາ​ໂຄ ຣູ​ບີ​ໂອ ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ສະ​ເໜີ​ຍັດ​ຕິ ໂດຍ​ຮຽກ​ຮ້ອງ​ໃຫ້​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​​ປະ​ເທດ​ອາ​ເມ​ຣິ​ກາ ເພື່ອ​​ຢັບ​ຢັ້ງ​ຫ້າມ​ບໍ​ລິ​ສັດ​ຫົວ​ເຫວີຍ​ຂອງ​ຈີນ​ຂໍ​ເອົາ​ຄ່າ​ສິດ​ທິ​ບັດ​ແລະ​​ຄ່າ​ທົດ​ແທນ​ຄວາມ​ເສຍ​ຫາຍນຳ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ໂດຍ​ຜ່ານ​ສານ​ອາ​ເມ​ຣິ​ກາ.

ໃນ​ຖາ​ນະ​ເປັນ​ບຸກ​ຄົນ​ຫົວ​ຮຸນ​ແຮງ​ຕໍ່​ຕ້ານ​ຈີນທີ່​ສຸດ​ພາຍ​ໃນ​ພັກ​ສາ​ທາ​ລະ​ນະ​ລັດ​ຂອງ​ອາ​ເມ​ຣິ​ກາ, ທ່ານ ຣູ​ບີ​ໂອ ມັກ​ຕຳ​ໜິ​ຕິ​ຕຽນ​ຈີນວ່າ “ຂີ້ລັກ​” ຊັບ​ສິນ​ທາງ​ປັນ​ຍາ​ຂອງອ​າ​ເມ​ຣິ​ກາ ແລະໄດ້​ອອກ​ແຮງ​​ໂຄ​ສະ​ນາ​ຊວນ​ເຊື່ອວ່າ, ຫົວ​ເຫວີຍ​ເປັນ​​ໄພ​ຂົ່ມ​ຂູ່​ຢ່າງ​​ຮ້າຍ​ແຮງ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ອາ​ເມ​ຣິ​ກາ. ແຕ່​ເມື່ອ​ບໍ​ລິ​ສັດ​ຫົວ​ເຫວີຍ​ດຳ​ເນີນ​ການ​ປົກ​ປັກ​ຮັກ​ສາ​ສິດ​ທິ​ຜົນ​ປະ​ໂຫຍດ​ຢ່າງ​ສົມ​ເຫດ​ສົມ​ຜົນ ໂດຍ​ຮຽກ​ຮ້ອງ​ໃຫ້​ບໍ​ລິ​ສັດ​ເວີ​ຣິ​ຊົນ ເຊິ່ງ​ເປັນ​ບໍ​ລິ​ສັດ​ໂທ​ລະ​ຄົມ​ເຄື່ອນ​ທີ່​ຂອງ​ອາ​ເມ​ຣິ​ກາ​​ຈ່າຍ​ຄ່າ​ນຳ​ໃຊ້​ສິດ​ທິ​ບັດ 230 ກວ່າສະ​ບັບ​ເປັ​ນ​ຈຳ​ນວນເງິນຫຼາຍກວ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ​ນັ້ນ, ທ່ານ ຣູ​ບີ​ໂອ ທຳ​ທ່າຫຼົງ​ລືມຂໍ້​ຄວາມ​ທີ່​ເຄີຍ​ໃສ່​ຮ້າຍ​ປ້າຍ​ສີ​​ແບບ​ປ່ວງ​ບ້າຂອງ​ຕົນ​ຕໍ່​ປະ​ເທດ​ຈີນ​ທີ່​ວ່າ “​ຂີ້ລັກ​” ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ອາ​ເມ​ຣິ​ກາ, ຊ້ຳ​ບໍ່​ໜຳ ຍັງ​ໄດ້​ກ່າວ​ໂຈມ​ຕີ​ວ່າ ບໍ​ລິ​ສັດ​ຫົວ​ເຫວີຍ​ແມ່ນ “ນັກ​ເລງ​ສິດ​ທິ​ບັດ”, ຈົນ​ກະ​ທັ້ງ​ສະ​ເໜີ​ທັນ​ທີ​ໃຫ້​ດັດ​ແກ້​ກົດ​ໝາຍ​ເພື່ອ​​ຢັບ​ຢັ້ງ​ບໍ່​ໃຫ້​ບໍ​ລິ​ສັດ​ຫົວ​ເຫວີຍ​ຂໍ​ເອົາ​ຄ່າ​ສິດ​ທິ​ບັດ. ນີ້​ແມ່ນ​ການ​ກະ​ທຳຫຼົບ​ລີ້ນ​ປິ້ນ​ຄວາມ​ທີ່​ໄຮ້​​ຈັນ​ຍາ​ທຳ​ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ບຸກ​ຄົນ​ຫົວ​ຮຸນ​ແຮງທ່ານນີ້​ມີນ​ະ​ໂຍ​ບາຍ​ສອງ​ໜ້າໃນ​ບັນ​ຫາ​ຊັບ​ສິນ​ທາງ​ປັນ​ຍາ ນັ້ນ​ກໍ​ຄື: ​ໜ້າ​ໜຶ່ງເມື່ອ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ນຳ​ໃຊ້​ສິດ​ທິ​ບັດ​ຂອງ​ອາ​ເມ​ຣິ​ກາ, ກໍ​ເວົ້າ​ເຖິງ​ຄວາມ​ສຳ​ຄັນ​​ໃນການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​​ຂອງ​ອາ​ເມ​ຣິ​ກາ; ​ແຕ່​ອີກ​ໜ້າ​ໜຶ່ງ ເມື່ອ​ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ​ນຳ​ໃຊ້​ສິດ​ທິ​ບັດ​ຂອງ​ປະ​ເທດອື່ນ, ທ່ານ​ກໍ​ຈະ​ປ່ຽນ​​ທ່າ​ທີ ແລະ​ກ່າວ​ເຖິງ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ເທົ່າ​ນັ້ນ.

ແນ່ນອນ​ແລ້ວ, ການ​ກ່າວໂຈມ​ຕີ​ຈີນ​ຂອງ​ມາ​ໂຄ ຣຸ​ບິ​ໂອ ບໍ່​ພຽງ​ແຕ່​​ແນ​ໃສ່ບັນ​ຫາ​​ຊັບສິນ​ທາງ​ປັນ​ຍາເທົ່າ​ນັ້ນ. ເລີ່ມ​ແຕ່​ລາວເຂົ້າ​ເປັນສະ​ມາ​ຊິກ​​ສະ​ພາ​ສູງ​ເມື່ອປີ 2011 ມາ​ນີ້, ລາວ​ໄດ້​ຕັ້ງ​ຕິດ​ເຄື່ອງ​ໝາຍ​ທາງການ​ເມືອງ​ທີ່​ຈະ​ແຈ້ງ​ທີ່​ສຸດ​ໃຫ້​ແກ່​ຕົນ​ເອງ​ດ້ວຍ​ການ​ກະ​ທຳ​ຕ່າງໆ. ໃນ​ຖາ​ນະ​ເປັນ “​ດາວ​ເດັ່ນ​ທາງ​ການ​ເມືອງ” ຄົນ​ໃໝ່​ຂອງ​ພັກ​ສາ​ທາ​ລະ​ນະ​ລັດ, ​ຣຸ​ບີ​ໂອ ອາ​ຍຸ 48 ປີ​ໃນ​ປີ​ນີ້​ບໍ່​ພຽງ​ແຕ່​ມີ​ທ່າ​ທີ​ແຂງ​ກະ​ດ້າງ​ທີ່​ສຸດ​ໃນ​ຫຼັກ​ໝັ້ນ​​ທາງການ​ເມືອງ, ​ຍັງ​ມີ​ທ່າ​ທີຕໍ່​ຕ້ານ​ປະ​ເທດ​ຈີນ​ຢ່າງ​ໜັກ​​ໜ່ວງ, ທັງ​ມີ​ຄວາມ​ທະ​ເຍີ​ທະ​ຍານ​​ທາງການ​ເມືອງ​ຢ່າງ​ຫຼວງ​ຫຼາຍ. ປີ 2016, ລາວ​ເຄີຍ​ສະ​ໝັກ​ເຂົ້າ​ຮ່ວມ​​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ແຕ່​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ຮອບ​ທຳ​ອິດ​ພາຍ​ໃນ​ພັກສາ​ທາ​ລະ​ນະ​ລັດ. ແຕ່​ວ່າ​​ຣຸ​ບີ​ໂອ​ບໍ່​ຍອມ​ຕໍ່​ຄ​ວາມ​ປະ​ລາ​ໄຊ, ລາວ​ໄດ້​ສະ​ເໜີ​​ຍັດ​ຕິ​ຕໍ່​ຕ້ານ​ປະ​ເທດ​ຈີນ​ຢູ່​ເລື້ອຍໆ​ເພື່ອ​​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ກັບ​ຕົນ​ເອງ, ແລະສ້າງພາບ​ພົດ​ໃນ​ລັກ​ສະ​ນະ “ຜູ້ຮັກ​ຊາດ”.

ແຕ່​ວ່າ, ເລ​ຫຼ່ຽມ​ສອງ​ໜ້າ​ທີ່​ຕ່ຳ​ຕ້ອຍ​ແບບ​ນີ້​ຂອງ​ລາວ, ຄົນ​ທັງ​ຫຼາຍ​ລ້ວ​ນ​ແຕ່​ເຂົ້າ​ໃຈ​ໄດ້​ເປັນ​ຢ່າງ​ດີ​ວ່າ: ລາວ​ໄດ້​ສ້າງ​ເລື່ອງ​ເປັນ​ການ​ທຳ​ລາຍ​ປະ​ເທດ​ໂດຍ​ອ້າງ​ຄວາມ​ຮັກ​ຊາດ, ທີ່​ຈິງ​ແລ້ວ​ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ລ້ວນ​ແຕ່​ໄດ້​ທຳ​ລາຍ​ພາບ​ພົດຂອງ​ອາ​ເມ​ຣິ​ກາ. ຄົນ​ແບບ​ນີ້​ທີ່​ມີ​ທັງ​ແນວ​ຄິດ, ການ​ກະ​ທຳ​ແລະ​ຖ້ອຍ​ຄຳແບບ​ຫົວ​ຮຸນ​ແຮງ, ພວມ​ສວຍ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທາງ​ການ​ເມືອງ​ຂອງ​ຕົນ, ຄວາມ​ທະ​ເຍີ​ທະ​ຍານ​ຂອງ​ລາວ​ຈະ​ຖືກ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ນັບ​ມື້​ນັບ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.

 

ຄຳ​ເຫັນ

0