蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ, ລາວ, ມຽນ​ມາ ແລະ ໄທ​ເລີ່ມ​ການ​​ເຄື່ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍລາດ​ຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງຄັ້ງ​ທີ 83

2019-06-19 16:25:42 CRI

ຄຽງ​ຄູ່​ກັບ​ກຳ​ປັ່ນ​ປະ​ຕິ​ບັດ​ກົດ​ໝາຍ 4 ລຳ​ຂອງ​ຈີນ ແລະ ກຳ​ປັ່ນ​ປະ​ຕິ​ບັດ​ກົດ​ໝາຍ 001 ຂອງ​ລາວ​ໄດ້​ແລ່ນ​ອອກ​ຈາກ​ທ່າ​ເຮືອ​ຊຽງ​ຮຸ່ງຂອງ​ຈີນ​ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້, ​ນັ້ນ​ໝາຍ​ຄວາມ​ວ່າ, ຈີນ, ລາວ, ມຽນ​ມາ ແລະ ໄທ​ໄດ້​ເລີ່ມ​ການ​​ເຄື່ອນ​ໄຫວ​ປະ​ຕິ​ບັດ​ກົດ​ໝາຍລາດ​ຕະ​ເວນ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງຄັ້ງ​ທີ 83.

ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ 3 ຄືນ ແລະ 4 ປະ​ເທດ​ຈະ​ລາດ​ຕະ​ເວນ​ແບ່ງ​ເປັນຕອນ ແລະ ຮ່ວມ​ກັນ​ລາດ​ຕະ​ເວນ​ຕາມ​ລຳ​ແມ່​ນ້ຳ​​ຂອງຮ່ວມ​ກັນ, ກຳ​ປັ່ນ​ລາດ​ຕະ​ເວນ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ຈະ​​ແລ່ນອອກ​ຈາກ​​ນະ​ຄອນ​ຊຽງ​ຮຸ່ງ​ຂອງ​ຈີນ, ບ້ານ​ຊຽງ​ກົກ, ບ້ານມອນ​ຂອງ​ລາວ ແລະ ເມືອງວັນ​ປຸງ​ຂອງ​ມຽນ​ມາ, ຫຼັງ​ຈາກ​ນັ້ນ, ຈະ​ເຕົ້າ​ໂຮມ​ກັນ​ຢູ່​ຕາມ​ລຳ​ແມ່​ນ້ຳ​​ຂອງແລ້ວ​ຈະ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ກັນ.

​ເນື່ອງ​ໃນ​ໂອ​ກາດ​ວັນ​ຕໍ່​ຕ້ານ​ຢາ​ເສບ​ຕິດ​ສາ​ກົນ ຄື ວັນ​ທີ 26 ມິ​ຖຸ​ນາ​ຈະ​​ໝູນວຽນ​ມາ​ເຖິງ, 4 ປະ​ເທດ​ຍັງ​ຈະ​ຈັດ​ກິດ​ຈະ​ກຳ​ໂຄ​ສະ​ນາ​​ການປາບ​ປາມ​ຢາ​ເສບ​ຕິດ​ທີ່​ມີ​ຫົວ​ຂໍ້​ວ່າ “4 ປະ​ເທດ​ຮ່ວມ​ໃຈ​ກັນ ແລະ ຮ່ວມ​ກັນ​ປາບ​ປາມ​ຢາ​ເສບ​ຕິດ” ເພື່ອ​ຮຽ​ກ​ຮ້ອງ​ໃຫ້​ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ ແລະ ປະ​ຊາ​ຊົນ​ລຽບ​ຕາມລຳ​ແມ່​ນ້ຳ​ຂອງ​ຂອງ 4 ປະ​ເທດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ.

ຄຳ​ເຫັນ

0