莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນ​ມາ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານກັບຈີນ

2019-06-19 11:36:06 cri

​ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 18 ມີ​ຖຸ​ນານີ້, ທ່ານ​ວິນມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ກ່າວ​ວ່າ, ມຽນ​ມາ​ຈະ​ສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ມຽນ​ມາ-ຈີນ, ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ກໍ່​ຄື​ປະ​ຊາ​ຊົນ​ສອງ​ຊາດ.
 

ທ່ານ​ວິນ​ມິນ​ໃຫ້​ທັດ​ສະ​ນະດັ່ງ​ກ່າວໃນ​ເວ​ລາ​ຮັບ​ເອົາ​ສານ​ຕາ​ຕັ້ງ​​ຈາກ​ທ່ານ​ເສີນ​ໄຮ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສ​ປ ຈີນ ປະ​ຈຳ​ມຽນ​ມາ​ຄົນ​ໃໝ່​ໃນມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ: ມຽນ​ມາ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ, ຈະ​ພ້ອມ​ກັນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ​ຝ່າຍ​ຈີນ, ຕັ້ງ​ໜ້າ​​ເຂົ້າ​ຮ່ວມ​ການສ້າງ​ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ແລະ ແລວ​ທາງ​ເສດ​ຖະ​ກິດ​ມຽນ​ມາ-ຈີນ, ສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ມຽນ​ມາ-ຈີນ, ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດກໍ່​ຄື​ປະ​ຊາ​ຊົນ​ສອງ​ຊາດ.
 

ທ່ານ​ເສີນ​ໄຮ​ກ່າວ​ວ່າ: ປະ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ມຽນ​ມາ​​ມີ​ທ່ວງ​ທ່າ​​ການພັດ​ທະ​ນາ​ທີ່​ດີ​ງາມ, ແລະ​​ມີ​ໂອ​ກາດ​ໃນ​ການ​ພັດ​ທະ​ນາ​ໃໝ່. ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ​ກັບ​ມຽນ​ມາ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ, ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ມຽນ​ມາໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຄຳ​ເຫັນ

0