吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເພີ່ມ​ພາສີ​ຕໍ່​ຈີນ​ຈະ​ເຮັດ​ໃຫ້​ລາຄາ​ມື​ຖື ​ແລະຄອມ​ພິວ​ເຕີ​ຂອງ​ອາ​ເມຣິກາ​ສູງ​ຂຶ້ນຢ່າງ​ຫຼວງ​ຫຼາຍ

2019-06-19 16:36:54 cri

ບໍລິສັດ​ໃຫ້​ຄຳ​ປຶກສາ​ການ​ຄ້າ​ໂລກ​ຂອງ​ອາ​ເມຣິກາ​ໄດ້​ເປີດ​ເຜີຍຜົນ​ການ​ຄົ້ນຄວ້າ​ຫຼີງສຸດ​ວ່າ​: ອາ​ເມຣິກາ​ເພີ່ມ​​ເກັບ​ພາສີ​ຕໍ່​ຜະລິດ​ຕະພັນ​ເອ​ເລກ​ໂຕຣນິກ​ຈີນທີ່​ສົ່ງອອກ​ສູ່ອາ​ເມຣິກາຈະ​ເຮັດ​ໃຫ້ລາຄາ​ຂອງ​ມື​ຖື ​ແລະ​ຄອມພິວ​ເຕີ​ອາ​ເມຣິກາ​ສູງ​ຂຶ້ນ​ຫຼາຍ ​ແລະ​ສົ່ງ​ຜົນ​ກະທົບ​ອັນ​​ໜັກໜ່ວ​ງ​ຕໍ່​ຜູ້​ບໍລິ​ໂພ​ກອາ​ເມຣິກາ.

ລັດຖະບານ​ອາ​ເມຣິກາ​ຈະ​ເພີ່ມ​​ພາສີ​ຕໍ່​ຜະລິດ​ຕະພັນ​ຈີນ​ທີ່​ສົ່ງອອກ​ສູ່​ອາ​ເມຣິກາ​ທີ່​ມີ​ມູນ​ຄ່າ​ປະມານ 300 ຕື້​ໂດ​ລາ​ສະຫະລັດ. ວັນ​ທີ 17 ມິຖຸນາ​ນີ້, ບໍລິສັດ​​ໃຫ້​ຄຳ​ປຶກສາ​ການ​ຄ້າ​ໂລກ​ໄດ້ສົ່ງ​ບົດ​ວິ​ເຄາະ​ໃຫ້​ສະມາຄົມ​ຜູ້ບໍລິ​ໂພ​ກ​ເຕັກ​ໂນ​ໂລ​ຊີອາ​ເມຣິກາ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຖ້າ​ເກັບ​ພາສີ​ເພີ່​ມ, ຕົ້ນ​ທຶນ​ຂອງ​ມື​ຖືທີ່​ຈີນສົ່ງ​ອອກ​ສູ່ອາ​ເມຣິກາ​ຈະ​ເພີ່ມ​ 22%, ລາຄາ​ຂອງ​ມື​ຖື​​ໃນອາ​ເມຣິກາ​ຈະ​ສູງ​ຂຶ້ນ 14% ​ແລະປະລິມານ​ການ​ຈຳໜ່າຍ​ຈະ​ຫຼຸດ​ລົງ 28%. ນອກຈາກ​ນີ້, ຕົ້ນ​ທຶນຂອງ​ຄອມພິວ​ເຕີ ​ແລະ tablet ຈີນທີ່​ສົ່ງອອກ​ສູ່​ອາ​ເມຣິກາ​ກໍ​ຈະ​ເພີ່ມ​ຂຶ້ນ 21%, ລາຄາ​ຈະ​ສູງ​ຂຶ້ນ 19% ​ແລະປະລິມານ​ການຈຳໜ່າຍ​ຈະ​ຫຼຸດ​ລົງ 35%. ​ສະຫຼຸບ​ລວມ​ແລ້ວ, ຜູ້​ບໍລິ​ໂພ​ກອາ​ເມຣິກາ​ຈະ​ຈ່າຍ​ເງິນ​ເພີ່ມຫຼາຍ​ກວ່າ 8,1 ຕື້​ໂດ​ລາ​ສະຫະລັດ ​ເພື່ອ​ຊື້​ມື​ຖື ​ແລະຈ່າຍ​ເງິນ​ເພີ່ມ​ປະມານ 8,2 ຕື້​ໂດລາ​ສະຫະລັດ​ເພື່ອ​ຊື້​ຄອມ​ພິວ​ເຕີ ​ແລະ tablet.

ຄຳ​ເຫັນ

0