蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ທີ່ອາ​ເມ​ຣິ​ກາ​ກ່າວ​ຕຳ​ໜິ​ເລື່ອງ​ທີ່ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ​ຈີນ​ນັ້ນ ​ບໍ່​ມີ​ປະ​ໂຫຍດ​ຫຍັງ

2019-06-19 16:53:41 CRI

ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 17 ມິ​ຖຸ​ນາ​ນີ້​ວ່າ, ​ການ​ທີ່ອາ​ເມ​ຣິ​ກາ​ກ່າວ​ຕຳ​ໜິ​​ໃນ​ກໍ​ລະ​ນີ​ທີ່ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ​ຈີນ ພ້ອມ​ທັງ​ຕຳ​ໜິ​ຈີນ​ແລະ ສ​ປ​ຊ ໂດຍ​ບໍ່​ມີ​ເຫດ​ຜົນ​ນັ້ນ ​ແມ່ນ​ບໍ່​ມີ​ປະ​ໂຫຍດ​ຫຍັງ​ເລີຍ.

ທ່ານວະ​ລາ​ດີ​ເມຍ ​ອິ​ວາ​ນໂນ​ວິ​ສ ໂວ​​ຣອນກອ​ຟ ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຈີນ​ແຕ່​ວັນ​ທີ 13 ຫາ 15 ມິ​ຖຸ​ນາ​ນີ້ ແລະ ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ ເພື່ອ​ຊອກ​ຮູ້​ສະ​ພາບ​​ການກ່ຽວ​ກັບ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ ​ການກຳ​ຈັດ​ລັດ​ທິ​ຫົວ​ຮຸນ​ແຮງ​ຢູ່​ເຂດ​ຊິ່ນ​ຈ່ຽງ. ທ່ານ​ຈອນ ຊຸ​ລິ​ວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ພັດ​ໄດ້​ຕຳ​ໜິ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ວ່າ “ບໍ່​ເໝາະ​ສົມ​ທີ່​ສຸດ”. ​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ​ຕອບ​ວ່າ:

ເວົ້າ​ໂດຍ​ກົງ​ແລ້ວ, ອາ​ເມ​ຣິ​ກາ​ບໍ່​ຢາກ​ໄດ້​ຍິນ ແລະ ​ບໍ່​ຢາກ​ເຫັນເຫັນ​ປະ​ຊາ​ຄົມ​ໂລກ​ສົ່ງ​ສຽງ​ສະ​ໜັບ​ສະ​ໜູນ​ຢ່າງ​ເປັນ​ທຳ​ ແລະ ພາ​ວະ​ວິ​ໄສ​ຕໍ່​ສະ​ພາບ​ການ​ໃນ​ເຂດ​ຊິ່ນ​ຈ່ຽງ​ຈີນ ເຊິ່ງເລື່ອງ​​ນີ້​ກໍ​ບໍ່​ແມ່ນ​ເລື່ອງໃໝ່​ແຕ່​ຢ່າງ​ໃດ​ທີ່ອາ​ເມ​ຣິ​ກາ​​ເຄີຍໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ອັນ​ຖືກ​ຕ້ອງ​ຂອງ​ລັດ​ຖະ​ບານ​ຈີນ​ຢູ່​ເຂດ​ຊິ່ນ​ຈ່ຽງ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຂ້າ​ພະ​ເຈົ້າ​ແລະ​ເພື່ອນ​ຮ່ວມ​ງານ​ໄດ້​ກ່າວ​ເຖິງຫຼັກ​ໝັ້ນ​ອັນ​ເດັດ​ດ່ຽວ​ຂອງ​ຈີນຫຼາຍ​ເທື່ອແລ້ວວ່າ, ດ້ານ​ໜຶ່ງ, ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ຈີນ​ມີ​ການ​ອະ​ທິ​ບາຍ​​ມາດ​ຕະ​ການ “​ການກຳ​ຈັດ​ລັດ​ທິ​ຫົວ​ຮຸນ​ແຮງ” ຢູ່​ເຂດ​ຊິ່ນ​ຈ່ຽງ, ເມື່ອ​ຈີນ​ເປີດກວ້າງ ແລະ ​ໄດ້ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່ ສ​ປ​ຊ ໄປ​ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ, ອາ​ເມ​ຣິ​ກາ​​ພັດ​ໄດ້​ຕຳ​ໜິ​ການ​ຢ້ຽມ​ຢາມ​ຂອງ​ເຈົ້າ​ໜ້າ​ທີ່ ສ​ປ​ຊ “ບໍ່​ເໝາະ​ສົມ​ທີ່​ສຸດ”, ນີ້​​ແມ່ນ​ເລ່ຫຼ່ຽມ​ແບບ​ໃດ? ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ເປັນ​ການ​ກະ​ທຳ​ລົບ​ລີ້ນ​ປີ້​ນ​ຄວາມ​ແລະໄຮ້​ເຫດ​ຜົນ​ທີ່​ສຸດ.

ຄຳ​ເຫັນ

0