李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຮັບ​ຮອງ​ຮ່າງກົດ​ໝາຍວ່າ​ດ້ວຍ​ການ​ຢຸດ​ຕິ​​ການປະ​ຕິ​ບັດ “ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ເປັນ​ການ​ຊົ່ວ​ຄາວ

2019-06-19 16:41:31 cri

    ວັນ​ທີ 18 ມິ​ຖຸ​ນານີ້, ສະ​ພາ​ດູ​ມາ​ແຫ່ງ​ຣັດ​ເຊຍ ເຊິ່ງ​ເປັນ​ສະ​ພາ​ຕ່ຳ​ຂອງ​ຣັດ​ເຊຍ ໄດ້​ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຢຸດ​ຕິ​​ການປະ​ຕິ​ບັດ “ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ” ເປັນ​ການ​ຊົ່ວ​ຄາວ ທີ່​ນຳ​ສະ​ເໜີ​ໂດຍ​ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທານ​າ​ທິ​ບໍ​ດີ​ຣັດ​ເຊຍ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ທີ່​ຜ່ານ​ມາ.

    ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຍັງ​ກຳ​ນົດ​ວ່າ: ປະ​ມຸກ​ລັດ​ເປັນ​ຜູ້​​ຕັດ​ສິນ​ໃຈທີ່​ຈະ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ. ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພັນ​ຣັດ​ເຊຍ ເຊິ່ງ​ເປັນ​ສະ​ພາ​ສູງ​ຂອງ​ຣັດ​ເຊຍ​ຈະ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໃນ​ວັນ​ທີ 26 ມິ​ຖຸ​ນານີ້. ທ່ານ ເຊີ​ເກ ຣີ​​ຢາບ​ຄອ​ຟ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ໄດ້ຊີ້​ແຈງ​ໃນ​ວັນ​ທີ 18 ມິ​ຖຸ​ນານີ້​ວ່າ, ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ກຳ​ນົດ​ວ່າ, ຣັດ​ເຊຍ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ເປັນ​ການ​ຊົ່ວ​ຄາວ, ຫາກ​ບໍ່​ແມ່ນ​ຖອນ​ອອກ​ຈາກ​ສັນ​ຍາ​ດັ່ງ​ກ່າວ.

    ວັນ​ທີ 1 ກຸມ​ພາ​ປີນີ້, ທ່ານ ໄມ​ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ປະ​ກາດ​ວ່າ, ຍ້ອນ​ຣັດ​ເຊຍ​ໄດ້​ຝ່າ​ຝືນ​ຂໍ້​ກຳ​ນົດ​ໃນ​ສັນ​ຍາ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​​ມາເປັນ​ເວ​ລາ​​ດົນ​ນານ​ແລ້ວ, ສະ​ນັ້ນ ອາ​ເມ​ຣິ​ກາ​ຈະ​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ, ພ້ອມ​ທັງ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ຖອນ​ອອກ​ຈາກ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ເວ​ລາ 6 ເດືອນ. ວັນ​ທີ 4 ມີ​ນາ​ຜ່ານ​ມາ, ທ່ານ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກໍ​ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​​ໃຫ້ຣັດ​ເຊຍ​​ຢຸດ​ຕິ​ການ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ​ເປັນ​ການ​ຊົ່ວ​ຄາວ.

ຄຳ​ເຫັນ

0