黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຄຳ​ສັ່ງ​ສຳ​ຄັນ, ຮຽກ​ຮ້ອງ​ຈັດ​ການ​ກູ້​ໄພ​ແລະ​ຕໍ່​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ, ຮັບ​ປະ​ກັນ​​ຄວາມ​ປອດ​ໄພ​ທາງ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ

2019-06-19 16:46:40 cri

ເວ​ລາ 22 ໂມງ 55 ນາ​ທີ​ຂອງວັນ​ທີ 17 ມິ​ຖຸ​ນາ​ນີ້​, ເມືອງ​ສາງ​ນິງ​ນະ​ຄອນຢ​ວີ​ປິ່ນ​ແຂວງ​ເສ​ສວນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ 6,0 ລິ​ກ​ເຕີ, ​ສູນ​ກາງ​ແຜ່​ນ​ດິນ​ໄຫວ​​ເລິກ​ລົງໃຕ້​ດິນ 16 ກິ​ໂລ​ແມັດ. ມາ​ຮອດ​ປັດ​ຈຸ​ບັນ, ແຜ່​ນ​ດິນ​ໄຫວ​ໄດ້​ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ​ແລະ 158 ຄົນ​ບາດ​ເຈັບ, ມີ​ຜູ້​ປະ​ສົບ​ໄພຫຼາຍກວ່າ 140.000 ຄົນ, ພື້ນ​ຖານ​ໂຄງ​ລ່າງ​ຈຳ​ນວນ​ໜຶ່ງ​ເຊັ່ນ: ນ້ຳ​ປະ​ປາ, ໄຟ​ຟ້າ, ຄົມ​ມະ​ນາ​ຄົມ​ແລະ​ໂທ​ລະ​ຄົມ​ໄດ້​ຮັບ​ຜົນ​ເສຍ​ຫາຍ.

ພາຍ​ຫຼັງ​ເກີດ​ແຜ່​ນ​ດິນ​ໄຫວ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ອອກ​ຄ່ຳ​ສັ່ງ​ສຳ​ຄັນ, ​ໂດຍຮຽກ​ຮ້ອງ​ໃຫ້​ຖື​ເອົາວຽກ​ງານ​ກູ້​ໄພ, ຄົ້ນ​ຫາ​ຜູ້​ລອດ​ຊີ​ວິດ, ແລະ​ປິ່ນ​ປົວ​ຄົນ​ເຈັບ​ຫຼຸດ​ລົງ​ໃຫ້​ໜ້ອຍ​ເທົ່າ​ທີ່​ຈະ​ໜ້ອຍ​ໄດ້​, ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ເຮັດ​ໃຫ້​ຜູ້ ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ​ໃນ​ຂະ​ໜາດ​ໃຫຍ່​ທີ່​ສຸດ. ທ່ານ​ຫຼີ​ເຄີ້​ສຽງ, ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ວ່າ, ຄວນ​ເລັ່ງ​ລັດ​ກວດ​ກາ​ສະ​ພາບ​ການ​​ໃນ​ເຂດປະ​ສົບ​ໄພ​ແຜ່​ນ​ດິນ​ໄຫວ, ອອກ​ແຮງ​​ປະ​ຕິ​ບັດ​ວຽກ​ງານ​ການ​ກູ້​ໄພ​ແລະ​ປິ່ນ​ປົວ​ຜູ້​ບາດ​ເຈັບ, ສ້ອມ​ແປງ​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ຮີບ​ດ່ວນ.

ໂດຍ​ອີງ​ຕາມ​ຄຳຮຽກ​ຮ້ອງ​ຂອງ​ທ່ານ​ສີ​ຈິ້ນ​ຜີງ​ແລະ​ທ່ານ​ຫຼີ​ເຄີ້​ສຽງ, ກະ​ຊວງ​​ຄຸ້ມ​ຄອງ​ການ​ສຸກ​ເສີນ, ຄະ​ນະ​ກຳ​ມະ​ການ​ສາ​ທາ​ລະ​ນະ​ສຸກ​ແລະ​ພາກ​ສ່ວນ​ອື່ນໆ​ໄດ້​ສົ່ງ​ໜ່ວຍ​ງານ​ໄປ​ເຂດ​ປະ​ສົມ​ໄພ​​ເພື່ອ​ຊີ້​ນຳແລະ​ປະ​ຕິ​ບັດ​ວຽກ​ງານ​ກູ້​ໄພ. ວຽກ​ງານ​ຕ້ານ​ໄພ​ແລະ​ກູ້​ໄພ​ຕ່າງໆ​ພວມ​ດຳ​ເນີນ​ໄປຢ່າງ​ເຄັ່ງ​ຮ້ອນ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ຄຳ​ເຫັນ

0