黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ສາມາດຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ພວມ​ພັດທະນາ​ໃຫ້​ໄວ​ຂຶ້ນ

2019-06-20 16:22:09 CRI

ທະນາຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນ​ການຄົ້ນຄວ້າ​ໃນ​ວັນ​ທີ 18 ມິຖຸນາ​ນີ້ ​ໂດຍກ່າວ​ວ່າ: ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເມື່ອ​ໄດ້​ຮັບ​ການ​ປະຕິບັດ​ຢ່າງຮອບດ້ານ​​​ແລ້ວຈະສາມາດຊ່ວຍ​ໃຫ້​ປະຊາກອນ 32 ລ້ານ​ຄົນຫຼຸດພົ້ນອອກ​ຈາກ​ສະພາວະ​ຄວາມທຸກ​ຍາກ​ທີ່ມີ​ຄ່າ​ຄອງ​ຊີບ​ສະ​ເລ່ຍຕໍ່​ວັນ​ຕ່ຳ​ກວ່າ 3,2 ​ໂ​ດລາ​ສະຫະລັດ, ​ເຮັດ​ໃຫ້ການ​ຄ້າ​ໂລກ​ເພີ່ມ​ຂຶ້ນ 6,2%, ການ​ຄ້າ​ຂອງກຸ່ມ​ເສດຖະກິດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ​ເພີ່ມ​ຂຶ້ນ 9,7%, ສ້າງ​ລາຍ​ຮັບ​ທົ່ວ​ໂລກເພີ່ມ​ຂຶ້ນ 2,9%.

ບົດ​ລາຍ​ງານ​ດັ່ງກ່າວ​ພາດ​ຫົວຂໍ້​ວ່າ: ​ເສດຖະສາດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”-ກາລະ​ໂອກາດ​ແລະ​ຄວາມ​ສ່ຽງ​ຂອງ​​ແລວ​ທາງຄົມມະນາຄົມ ​ໂດຍລະບຸ​ວ່າ: ການ​ປະຕິ​ຮູບ​ນະ​ໂຍບາຍກ່ຽວຂ້ອງ​ມີ​ຄວາມ​ສຳຄັນຫຼາຍຕໍ່​ບັນດາ​ປະ​ເທດ​ທີ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຫຼືບໍ່; ຖ້າວ່າ​ການ​ຄ້າ​ມີ​ຄວາມ​ສະດວກ​ຍິ່ງ​ຂຶ້ນ, ສາມາດຈຳກັດສິ່ງ​ກີດຂວາງ​ທາງ​ດ້ານການ​ຄ້າ​ໃຫ້ຫຼຸດໜ້ອຍ​ຖອຍລົງ, ລາຍ​ຮັບ​ຕົວ​ຈິງ​ຂອງ​ກຸ່ມ​ເສດຖະກິດ​ທີ່​ເຂົ້າຮ່ວມ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຈະ​ເພີ່ມ​ຂຶ້ນ 2-4 ​ເທົ່າ; ນອກ​ນີ້, ການ​ເພີ່ມ​ທະວີ​ການ​ເຄື່ອນ​ຍ້າຍ​​ແຮງ​ງານ ​ແລະ ປັບປຸງ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ ຈະ​ສາມາດ​ຮັບປະ​ກັບ​ການ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຢ່າງ​ເປັນ​ທຳກວ່າ​ເກົ່າ.

ບົດ​ລາຍ​ງານ​ຍັງ​ລະບຸ​ຕື່ມວ່າ: ຖ້າມີ​ການ​ປະຕິ​ຮູບ​ນະ​ໂຍບາຍ​ຢ່າງ​ເລິກ​ເຊິ່ງ​ເພື່ອ​ໃຫ້ມີ​ຄວາມ​​ໂປ່ງ​ໃສຂຶ້ນຕື່ມ, ປັບປຸງ​ໜີ້​ສິນ​ໃຫ້​ມີ​ຄວາມ​ສາມາດ​ຊຳລະ​ໄດ້, ຫຼຸດຄວາມ​ສ່ຽງດ້ານສິ່ງ​ແວດ​ລ້ອມ, ສັງຄົມ ​ແລະ ການ​ສໍ້​ລາດ​ບັງຫຼວງ​ໃຫ້​ຕ່ຳລົງ, ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຈະ​ສາມາດຊ່ວຍ​ພັດທະນາ​ເສດຖະກິດ​ຂອງຫຼາຍສິບ​ປະ​ເທດ​ພວມ​ພັດທະນາ​ໃຫ້​ໄວ້​ຂຶ້ນ.

ຄຳ​ເຫັນ

0