黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັງ​ກະ​ລາ​ເດັດ​ເຫັນ​ວ່າ​ຈີນ​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ

2019-06-20 16:42:52 cri

ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ດິ​ລິບ ບາ​​ຣົວ​ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ບັງ​ກະ​ລາ​ເດັດ​ກ່າວ​ວ່າ, ຈີນ​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ຂັດ​ແຍ້ງ​​ດ້ານເສດ​ຖະ​ກິດ​ການ​ຄ້າ​ທີ່​ອາ​ເມ​ຣິ​ກາ​ກໍ່​ຂຶ້ນ.

ທ່ານ​ບາ​ຣົວ ກ່າວ​ວ່າ, ພວກ​ເຮົ​າ​ຄວນ​ເຫັນ​ວ່າ, ຕະ​ຫຼາດ​ຂອງ​ຈີນ​ພວມ​ເປີດກວ້າງ​ຂຶ້ນ, ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ລະ​ດັບ​ກາງ​ກຳ​ລັງ​ເພີ່ມ​ຂຶ້ນ, ຄວາມ​ສາ​ມາດ​ດ້ານ​​ກຳ​ລັງ​ໃຊ້ຂອງ​ປະ​ຊາ​ຊົນ​ຈີນ​ກໍ​ໄດ້​ຍົກ​ສູງ​ຂຶ້ນ, ນີ້​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ຂອງ​ຈີນ. ທ່ານ​ເຫັນ​ວ່າ, ສະ​ຖາ​ນະ​ການການ​ຄ້າ​ແລະ​ການດຳ​ເນີນ​ທຸ​ລະ​ກິດ​ຂອງ​ໂລກ​ພວມ​​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ກຳ​ລັງ​ເສດ​ຖະ​ກິດ​ຂອງ​ຈີນ​ຈະ​ສືບ​ຕໍ່​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ.

ສຳ​ລັບ​ຄວາມ​ຂັດ​ແຍ້ງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ອາ​ເມ​ຣິ​ກາ​ກໍ່​ຂຶ້ນ​ຕໍ່​ຈີນ, ທ່ານ​ບາ​ຣົວ​ເຫັນ​ວ່າ, ການ​ທີ່​ກໍ່​ຄວາມ​ຂັດ​ແຍ້ງ​​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈະ​ສ້າງ​ຜົນ​ກະ​ທົບ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ, ​ແລະນະ​ໂຍ​ບາຍ​ຂອງ​ອາ​ເມ​ຣິ​ກາ​ຈະ​ຖືກ​​ພິ​ສູດ​ໃຫ້​ເຫັນ​ວ່າ​ເປັນ​ນະ​ໂຍ​ບາຍ​ທີ່​ຜິດ​ພາດ.

ຄຳ​ເຫັນ

0