黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາກາດ​ຮ້ອນ​ຢູ່​ລັດ​ບີ​ຮາ ​ອິນ​ເດຍສົ່ງ​ຜົນ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 92 ຄົນ

2019-06-20 16:26:37 CRI

​ເຈົ້າໜ້າ​ທີ່​ລັດ​ບີ​ຮາ ປະ​ເທດ​ອິນ​ເດຍກ່າວ​ໃນ​ວັນ​ທີ 19 ມິຖຸນາ​ນີ້​ວ່າ: ​ເນື່ອງ​ຈາກ​ອາກາດ​ຮ້ອນ​ຢ່າງ​ຕໍ່​ເນື່ອງ​ໃນຫຼາຍມື້​ຜ່ານ​ມາ, ສົ່ງ​ຜົນ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ​ຢູ່​ລັດ​ດັ່ງກ່າວ​ໄດ້ເພີ່ມ​ຂຶ້ນ​ເປັນ 92 ຄົນ​ແລ້ວ.

​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ທ້ອງ​ຖິ່ນ​ດັ່ງກ່າວ​ກ່າວ​ວ່າ: ຜູ້​ປະສົບ​ເຄາະ​ຮ້າຍ​ສ່ວນຫຼາຍມີ​ອາຍຸຫຼາຍກວ່າ 50 ປີ, ມີ​ອາການ​ໄຂ້​ຮ້ອນ, ຖອກທ້ອງ ​ແລະ ຮາກ.

​ເພື່ອ​ຮັບ​ມື​ກັບ​ອາກາດ​ຮ້ອນ, ອຳນາດ​ການ​ປົກຄອງ​ລັດ​ບີ​ຮາ​ໄດ້​ເຕືອນ​ໃຫ້​ປະຊາ​ຊົນ​ບໍ່​ຄວນ​ອອກ​ເດີນທາງ​ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນ. ຂະນະ​ທີ່​ໂຮງຮຽນ​ທ້ອງ​ຖິ່ນ​ກໍ​ໄດ້​ປິດການ​ຮຽນ​ການ​ສອນ​ຈົນ​ຮອດ​ວັນ​ທີ 22 ​ມິຖຸນາ​ນີ້.

ສື່​ມວນ​ຊົນ​ອິນ​ເດຍລາຍ​ງານ​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ຢູ່ຫຼາຍທ້ອງ​ຖິ່ນ ​ເຊັ່ນ: ນະຄອນຫຼວງນິວ​ແດນ​ລີ, ລັດຣາຊາ​ສະຖານ, ລັດ​ອູ​ຕາ ປຣະ​​ເທດ ​ແລະ​ອື່ນໆ ​​ມີ​ອາກາດ​ຮ້ອນ​​ແຮງ, ບາງ​ແຫ່ງ​ມີ​ອຸນຫະພູມສູງ​ເຖິງ 50,8 ອົງສາ ​ເຊິ່ງ​ໃກ້​ກັບ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດ​ອິນ​ເດຍ ຄື 51 ອົງສາ.

ຄຳ​ເຫັນ

0