蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຕົກ​ລົງ​​ສືບ​ສວນ​ການ​ຂາຍ​ທຸ້ມ​ຕະຫຼາດ​ຢາງ​ພະ​ລາ EPDM ທີ່​ຜະ​ລິດ​ຢູ່ອາ​ເມ​ຣິ​ກາ, ສ.ເກົາຫຼີ ແລະ ສະ​ຫະ​ພາບ​ເອີ​ຣົບ

2019-06-20 14:42:51 CRI

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ວ່າ, ​ໄດ້ຕົກ​ລົງ​​​ຈະ​ດຳ​ເນີນ​ການ​ສືບ​ສວນ​ການ​ຂາຍ​ທຸ້ມ​ຕະຫຼາດ​ຢາງ​ພະ​ລາ EPDM ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ, ສ.ເກົາຫຼີ ແລະ ສະ​ຫະ​ພາບ​ເອີ​ຣົບ ໃນ​ມື້​ດຽວ​ກັນ.

ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຮັບ​ການ​ຮ້ອງ​ຂໍ​ໃຫ້​ສືບ​ສວນ​ການ​ຂາຍ​ທຸ້ມ​ຕະຫຼາດ​ຂອງຂະ​ແໜງ​ການ​ຢາງ​ພາ​ລາ​ພາຍ​ໃນ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການໃນວັນ​ທີ 8 ພຶ​ດ​ສະ​ພາ​ 2019, ຜູ້​ຮ້ອງ​​ຟ້ອງ​ໄດ້ຮຽກ​ຮ້ອງ​ໃຫ້​ດຳ​ເນີນ​ການ​​ສືບ​ສວນ​ສອບ​ສວນ​ການ​ຂາຍ​ທຸ້ມ​ຕະຫຼາດຢາງ​ພາ​ລາ EPDM ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ, ສ.ເກົາຫຼີ ແລະ ສະ​ຫະ​ພາບ​ເອີ​ຣົບ. ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຖະ​ແຫຼງ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ວ່າ, ໂດຍ​ອີງ​ຕາມ​ຫຼັກ​ຖານ​ຂອງ​ຜູ້​ຮ້ອງ​​ຟ້ອງ​ແລະ​ການ​​ສືບ​ສວນ​ເບື້ອງ​ຕົ້ນ​ຂອງ​ທາງ​ກະ​ຊວງ, ອີງ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ, ກະ​ຊວງ​ການ​ຄ້າ​ຈີນ​ຕົກ​ລົງ​​​ສືບ​ສວນ​ການ​ຂາຍ​ທຸ້ມ​ຕະຫຼາດ​ຢາງ​ພາລາ EPDM ທີ່​ຜະ​ລິດ​ຢູ່ອາ​ເມ​ຣິ​ກາ, ສ.ເກົາຫຼີ ແລະ ສະ​ຫະ​ພາບ​ເອີ​ຣົບ ແຕ່​ວັນ​ທີ 19 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ໄປ.

ຄຳ​ເຫັນ

0