黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍ​ງານ​ມິດ​ຕະ​ພາບຈີນ-ອາ​ຟ​ຣິ​ກາ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ

2019-06-20 16:45:37 cri

ກອງ​ປະ​ຊຸມ​ສ້າງ​ຕັ້ງໜ່ວຍ​ງານ​ມິດ​ຕະ​ພາບຈີນ-ອາ​ຟ​ຣິ​ກາ​​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນທັງ​ເປັນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທຳ​ອິດ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ ສ​ປ ຈີນ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້, ທ່ານ​ຫວາງ​ເຈິ້ງ​ເຫວີຍ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດປະ​ເທດ​ຈີນ, ຫົວ​ໜ້າໜ່ວຍ​ງານ​ມິດ​ຕະ​ພາບຈີນ-ອາ​ຟ​ຣິ​ກາ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ຄຳ​ປາ​ໄສ, ທ່ານ​ເຊ້ຍ​ປາວ​ລົງ ຮອງ​ປະ​ທານ​​ທັ​ງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາຂອງສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ.

ທ່ານ​ຫວາງ​ເຈິງ​ເຫວີຍ​ກ່າວ​ວ່າ, ການ​ທີ່​ສ້າງໜ່ວຍ​ງານ​ມິດ​ຕະ​ພາບຈີນ-ອາ​ຟ​ຣິ​ກາ​​​ຂຶ້ນ​ມາແມ່ນ​​ການ​ກະ​ທຳ​ຕົວ​ຈິງ​ທີ່​ສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ​ປະ​ຕິ​ບັດ​ຕາມ​​ແນວ​ຄິດສີ​ຈິ້ນ​ຜີງ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ເປັນ​ການ​ຜັນ​ຂະ​ຫຍາຍ​ແລະ​ຜົນ​ກອງ​ປະ​ຊຸມ​ສຸດຍອດ​ປັກ​ກິ່ງ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິ​ກາ.

ໃນ​ເວ​ລາ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ, ທ່ານ​ເຊ້ຍ​ປາວ​ລົງ​ກ່າວ​ວ່າ, ຄວນ​ລົງ​ເລິກ​ຮ່ຳ​ຮຽນ​ແລະ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ສີ​ຈິ້ນ​ຜີງ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​, ປະ​ຕິ​ບັດ​ວຽກ​ງານ​ແລກ​ປ່ຽນ​ມິດ​ຕະ​ພາບ​ກັບອາ​ຟ​ຣິ​ກາ​ຢ່າງ​ແທ້​ຈິງ, ເພື່ອ​ເຕົ້າ​ໂຮ​ມ​ກຳ​ລັງ​ແລະ​​ສະ​ຕິ​ປັນ​ຍາ​ເພື່ອ​ເປີດກວ້າງ “​ການ​ຄົບ​ຄ້າ​ສະ​ມາ​ຄົມ” ຈີນ-ອາ​ຟ​ຣິ​ກາ​ແລະ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິ​ກາ.

ຄຳ​ເຫັນ

0