莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາ​ດ​ຈີນ​ຢ້ຽມ​ຢາມ​ສິງ​ກະ​ໂປ

2019-06-20 17:27:18 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊື້ອ​ເຊີນ​ຈາກ​ລັດ​ຖະ​ສະ​ພາ​ສິງ​ກະ​ໂປ, ທ່ານ​ຈີ​ປິງ​ຊວນ, ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ປະ​ທານ​ສະ​ມາ​ຄົມ​ແລກ​ປ່ຽນ​ສາ​ກົນ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ເດີນ​ທາງ​ຢ້ຽມ​ຢາມ​ສິງ​ກະ​ໂປ​ແຕ່​ວັນ​ທີ 17 ຫາ​ວັນ​ທີ 20 ມີ​ຖຸ​ນານີ້, ​ແລະໄດ້​ພົບ​ປະ​ກັບ​ທ່ານ​ໂ​ກະ​ຈົກ​ຕົ່ງ ທີ່​ປຶກ​ສາ​ແຫ່ງ​ລັດ​ກິດ​ຕິ​ມະ​ສັກ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແລະ​ທ່ານ​ລິນ​ໂມ​ສວນ ຮອງ​ປະ​ທານ​ລັດ​ຖະ​ສະ​ພາ​ສິງ​ກະ​ໂປ, ​ໃນ​ໂອ​ກາດ​ດັ່ງ​ກ່າວ​ໄດ້​ໄປ​ຢ້ຽມ​ຢາມ​ສຳ​ນັກ​ງານ​ໃຫຍ່​ຂອງ​ສະ​ມາ​ຄົມ​ປະ​ຊາ​ຊົນ​, ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ​ແລະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຈີນ-ສິງ​ກະ​ໂປ.
 

ທ່ານ​ຈີ​ປິງ​ຊວນ​ກ່າວ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ພົວ​ພັນ​ຈີນ-ສິງ​ກະ​ໂປ, ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ສິງ​ກະ​ໂປ ​ຈັດ​ຕັ້ງຜັນ​ຂະ​ຫຍາຍ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ນຳ​ສອງ​ປະ​ເທດ, ​ເພື່ອເພິ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ສິງ​ກະ​ໂປ​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັບ​ຍຸກ​ສະ​ໄໝ.
 

​ຝ່າຍສິງ​ກະ​ໂປ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ສອງ​ປະ​ເທດ, ​ຍິນ​ດີຈະ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ:​ການ​ເຊື່ອມ​ຈອດ​, ການ​ລົງ​ທຶນ​ແລະ​ການ​ເງິນ​ເປັນ​ຕົ້ນ ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນ​ເພື່ອ​ຊຸກ​ຍູ້​ໃຫ້​ສອງ​ປະ​ເທດ​ແລະ​ພາກ​ພື້ນ​ຂອງ​ຕົນ​ພັດ​ທະ​ນາ​ໄປຄຽງ​ຄູ່​ກັນ.

ຄຳ​ເຫັນ

0