黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂດ​ໂນ ທຣຳ​ເລີ່​ມ​​ເຄື່ອນ​ໄຫວຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມຣິກາອີກ​ສະ​ໄໝ​ໜຶ່ງ

2019-06-20 16:23:20 CRI

ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ຄົນ​ປັດຈຸບັນ ​ໄດ້​ກ່າວ​ປາຖະກະ​ຖາ​ໃນ​ງານ​ຊຸມນຸມ​ຄັ້ງໜຶ່ງ​ຢູ່​ນະຄອນ​ອໍ​​ແລນ​ໂດ ລັດ​ໂຟຼຣີດາ​ໃນ​ຕອນ​ຄ່ຳ​ວັນ​ທີ 18 ມິຖຸນາ​ນີ້ ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນການ​ເຄື່ອນ​ໄຫວຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີອາ​ເມຣິກາ​ອີກ​ສະ​ໄໝ​ໜຶ່ງ.

ງານ​ຊຸມນຸມ​ຫາ​ສຽງດັ່ງກ່າວ​ໄດ້​ຈັດ​ຂຶ້ນຢູ່​ສູນ​ກິລາ​​ອຳ​ເວ ນະຄອນ​ອໍ​​ແລນ​ໂດ. ​ໃນຂະນະ​ທີ່​ກ່າວ​ປາຖະກະຖາ, ທ່ານ​ໂດ​ໂນ ທຣຳກໍ​​ໄດ້​ສະ​ແດງບຸກຄະລິກ​ແບບ​ເດີມຂອງ​ຕົນ​ໃນ​ເມື່ອກ່ອນ ​ໂດຍ​ກ່າວ​ໂຈມ​ຕີ​ສື່​ມວນຊົນ​ຕ່າງໆ​ແລະ​ຜູ້​ລົ​ງສະໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກປະຊາທິປະ​ໄຕ, ອີກ​ດ້ານ​ໜຶ່ງ​ກໍອວດ​ໂອ້​ຜົນງານຂອງຕົນນັບ​ແຕ່​ຕົນ​ຂຶ້ນດຳລົງ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ຕະຫຼອດ 2 ປີ​​ເຄິ່ງມາ​ນີ້.

ຂະນະ​ທີ່​ໜັງສືພິມ “ນິວຢອກ​ທາມ​ສ໌” ​ເຫັນ​ວ່າ: ການ​ປາຖະກະຖາ​ດັ່ງກ່າວ​ເຖິງ​ວ່າ​ຖື​ເປັນ​ກິດຈະກຳ​ເລີ່​ມຕົ້ນການ​ໂຄສະນາ​ຫາ​ສຽງ​​ເລືອກ​ຕັ້ງປະທານາທິບໍດີ​ອີກ​ສະ​ໄໝ​ໜຶ່ງ​ກໍ​ຕາມ, ​ແຕ່​ທ່ານ​ໂດ​ໂນ ທຣຳບໍ່​ໄດ້​ສະ​ເໜີ​ນະ​ໂຍບາຍ​ທີ່​ມີ​ແນວ​ຄວາມ​ຄິດ​ໃໝ່​ແຕ່​ຢ່າງ​ໃດ​ເລີຍ, ພຽງ​ແຕ່​ໄດ້​​ເນັ້ນໜັກຄືນ​ບາງຖ້ອຍ​ຄຳທີ່​ຕົນ​ໄດ້ກ່າວ​ໃນ​ງານ​ຊຸມນຸມຜ່ານ​ມາ​​ເທົ່າ​ນັ້ນ.

ທ່ານ​ໂດ​ໂນ ທຣຳປີ​ນີ້​ອາຍຸ​ 73 ປີ, ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ທາ​ນາ​ທິບໍດີ​ອາ​ເມຣິກາ​ເມື່ອ​ເດືອນ​ພະຈິກ​ປີ 2016.

ຄຳ​ເຫັນ

0