蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ປາ​ປົວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ 6,3 ລິກ​ເຕີ

2019-06-20 14:42:08 CRI

ຕອນ​ຂ້ອນ​ແຈ້ງວັນ​ທີ 20 ມິ​ຖຸ​ນາ​ນີ້, ແຂວງ​ປາ​ປົວ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນ​ດິນ​ໄຫວ 6,3 ລິກ​ເຕີ, ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ການ​ລາຍ​ງານ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ, ຜູ້​ບາດ​ເຈັບ ແລະ ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ.

ຕາມ​ແຫຼ່ງ​ຂ່າວ​ຈາກ​ເວັບ​ໄຊ​ຂໍ້​ມູນ​ຂ່າ​ວ​ສານ​​ແຜ່ນ​ດິນ​ໄຫວ​​ຂອງອົງ​ການ​ສຳຫຼວດ​ທໍ​ລະ​ນີ​ສາດ​ອາ​ເມ​ຣິ​ກາ, ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ໃນ​ເວ​ລາ 1 ໂມງ 24 ນາ​ທີ​ຂອງວັນ​ທີ 20 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ໃຈ​ກາງ​​ແຜ່ນ​ດິນ​ໄຫວ​​ຢູ່​ເມືອງ​ອາ​ເບ​ປູ​ຣາ​ແຂວງ​ປາ​ປົວ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ 245 ກິ​ໂລ​ແມັດ ແລະ ເລິກ​ລົງ​ໃຕ້​ດິນ​ປະ​ມານ 12 ກິ​ໂລ​ແມັດ.

​ເຈົ້າ​ໜ້າ​ທີ່ອົງ​ການ​​ຕິດ​ຕາມແຜ່ນ​ດິນ​ໄຫວ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ແຜ່ນ​ດິນ​ໄຫວ​​ຄັ້ງ​ນີ້ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຄື້ນ​ສຶນາ​ມິ.

ຄຳ​ເຫັນ

0