黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປັກ​ກິ່ງລິ​ເລີ່ມການ​ເຄື່ອນ​ໄຫວ​​ການ​ລະ​ບາຍ​ກາກບອນ​ຕ່ຳ​ແລະ​ອາ​ກາດ​ບໍ​ລິ​ສຸດ

2019-06-20 16:46:00 cri

ວັນ​ທີ 19 ​ມິ​ຖຸ​ນາ​ນີ້ແມ່ນ​ວັນ​ລະ​ບາຍ​ກາກບອນ​​ຕ່ຳ​ຄັ້ງ​ທີ 7 ຂອງ​ຈີນ. ຕອນ​ເຊົ້າ​ວັນ​ທີ 19 ມິ​ຖຸ​ນາ​ນີ້, ອົງ​ການ​​ນິ​ເວດ​ວິ​ທະ​ຍາ​ແລະ​ສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ໄດ້​ຈັດ​​ກິດ​ຈະ​ກຳ​ໂຄ​ສະ​ນາ​ວັນ​ລະ​ບາຍ​ກາກບອນ​ຕ່ຳ​ປີ 2019 ຢູ່​ຫ້ອງວາງ​ສະ​ແດງ​ຂອ​ງ​ອົງ​ການ​ໄມ້​ປ່ອງແລະ​​ຫວາຍ​ສາ​ກົນ​ໃນ​ງານ​ວາງ​ສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງ. ຜູ້​ຊ່ຽວ​ຊານ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ມົນລະ​ພິດ​ທາງ​ອາ​ກາດ​ທີ່​ມາ​ຈາກ​ຫຼາຍ​ຂົງ​ເຂດ​ໄດ້​ຈັດ​ການ​ສຳ​ມະ​ນາ​ໂຕະ​ມົນ​ໂດຍ​ປິ່ນ​ອ້ອມ​ການ​ເຄື່ອນ​ໄຫວ​ລະ​ບາຍ​ກາກບອນ​ຕ່ຳ, ແລະ​ໄດ້​ຮ່ວມ​ກັນ​ສະ​ເໜີ​ຂໍ້​ລິ​ເລີ່ມ​ວັນ​ລະ​ບາຍ​ກາກບອນ​ຕ່ຳ​ປັກ​ກິ່ງ​ປີ 2019.

ວັນ​ລະ​ບາຍ​ກາກບອນ​ໜ້ອຍ​ປີ 2019 ໄດ້​ເນັ້ນ​ຫົວ​ຂໍ້ “ການ​ລະ​ບາຍ​ກາກບອນຕ່ຳ​ແລະ​ອາ​ກາດ​ບໍ​ລິ​ສຸດ”. ທ່ານ​ເສີນ​ທ່ຽນ ຫົວ​ໜ້າ​ອົງ​ການ​​ນິ​ເວດ​ວິ​ທະ​ຍາ​ແລະສິ່ງ​ແວດ​ລ້ອມ​ປັກ​ກິ່ງ​ກ່າວ​ວ່າ, ປັກ​ກິ່ງ​ໄດ້​ອອກ​ແຮງ​ຊຸກ​ຍູ້​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງ​ຂອງ​ດິນ​ຟ້າອ​າ​ກາດ​ແລະ​ວຽກ​ງານ​ປ້ອງ​ກັນ​ມົນ​ລະ​ພິດ​ທາງ​ອາ​ກາດ​ຮ່ວ​ມ​ກັນ, ແລະ​ໄດ້​​ມີ​ຜົນ​ງານຢ່າງ​ຈະ​ແຈ້ງ. ຕໍ່​ໄປ, ປັກ​ກິ່ງ​ຈະ​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ນິ​ເວດ, ຊຸກ​ຍູ້​ວຽການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ວຽກ​ງານ​ສົ່ງ​ເສີມ​ຄຸນ​ນະ​ພາບ​ອາ​ກາດ​ໃຫ້​ດີ​ຂຶ້ນ.

ຄຳ​ເຫັນ

0