黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງທັບ​ຟິລິບ​ປິນຊອກ​ຄົ້ນຫາ​ຊາວ​ປະມົງ​ມາ​ເລ​ເຊຍ​ທີ່​ເຊື່ອວ່າ​ຖືກ​ລັກ​ພາ​ຕົວ

2019-06-20 11:10:40 CRI

ທ່ານ​ເດນ​ຟິນ ​ໂລ​ເຣນຊາ​ນາ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນກ່າວ​ໃນ​ວັນ​ທີ 19 ມິຖຸນາ​ນີ້​ວ່າ: ຕົນ​ໄດ້​ສັ່ງ​ໃຫ້​ກອງທັບ​ຟິລິບ​ປິນຊອກ​ຄົ້ນຫາ​ຊາວ​ປະມົງ​ມາ​ເລ​ເຊຍ 10 ຄົນ​ຢູ່​​ແຂວງ​ຊູ​ລູ ​ແລະ ເຂດຕາ​ວີ​-ຕາ​ວີ ທາງ​ພາກ​ໃຕ້​ຂອງ​ຟິລິບ​ປິນ ທີ່​ເຊື່ອ​ກັນ​ວ່າ: ຊາວ​ປະມົງ​ດັ່ງກ່າວ​ໄດ້​ຖືກ​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບລັກ​ພາ​ຕົວ​ໃນ​ວັນ​ທີ 18 ​ເດືອນ​ດຽວ​ກັນ.

ທ່ານ​ໂລ​ເຣນຊາ​ນາ ກ່າວ​ຕື່ມວ່າ: ​ເຈົ້າໜ້າ​ທີ່​ທະຫານ​ຟິລິບ​ປິນ​ໄດ້​ຮູ້​ຂ່າວ​ວ່າ ກຸ່ມປະກອບ​ອາວຸດ​ອາ​ບູຊາ​ຢັບພ້ອມ​ຜູ້​ຖືກ​ລັກ​ພາ​ຕົວ​ພວມ​ຢູ່​ລະຫວ່າງ​ການ​ເດີນ​ທາງ​ໄປ​ສູ່​ເຂດ​ຕາ​ວີ-ຕາ​ວີ ຫຼື ​ແຂວງ​ຊູ​ລູ, ປັດຈຸບັນ, ກອງທັບ​ຟິລິບ​ປິນ​ໄດ້ອອກ​​ໄປປະຕິບັດ​ການ​ແລ້ວ ​ເພື່ອ​ຕິດຕາມ​ຄວບ​ຄຸມ​ແລະ​ກວດຄົ້ນຢ່າງ​ຮັດກຸມຢູ່​​ບໍລິ​ເວນ​ທີ່​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບອາດ​ຈະ​ເດີນທາງ​​ຜ່ານ.

ຂ່າວ​ລາຍ​ງານ​ວ່າ ນັບ​ແຕ່​ວັນ​ທີ 18 ມິຖຸນາ​ເປັນຕົ້ນມາ, ກອງທັບ​ຟິລິບ​ປິນ​ໄດ້​ກວດຄົ້ນ​​ເປັນ​ບໍລິ​ເວນ​ກວ້າງຕະຫຼອດ​ເວລາ 24 ຊົ່ວ​ໂມງ​ຢູ່​ເຂດ​ແຄວ້ນ​ດັ່ງກ່າວ, ​ແຕ່​ຈົນ​ຮອດ​ປັດຈຸບັນ​ກໍ​ຍັງ​ບໍ່​ສາມາດ​ຄົ້ນພົບ​ຜູ້​ຖືກ​ລັກ​ພາ​ຕົວ​ເຫຼົ່ານີ້​ໄດ້​ເທື່ອ.

ສື່​ມວນ​ຊົນມາ​ເລ​ເຊຍ​ລາຍ​ງານ​ວ່າ ຊາວ​ປະມົງ 10 ຄົນ​ດັ່ງກ່າວ​ໄດ້​ຖືກ​ກຸ່ມ​ປະກອບ​ອາວຸດ​ອາ​ບູຊາ​ຢັບລັກ​ພາ​ຕົວ​ໃນ​ຂະນະ​ທີ່​ແລ່ນ​ເຮືອ​ຜ່ານ​ເຂດ​ທະ​ເລ​ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເກາະ​ກາລີ​ມັນ​ຕັນ​ໃນ​ເວລາ​ປະມານ 2:00 ​ໂມງ​ຂອງ​ວັນ​ທີ 18 ມິຖຸນາ​ນີ້ ​ເຊິ່ງ​ໃນ​ເວລາ​ເກີດ​ເຫດ, ​ໃນ​ເຮືອ​ປະມົງ 2 ລຳ​ມີ​ຊາວ​ປະມົງ 16 ຄົນ, ​ໃນ​ນີ້​ມີ 6 ຄົນ​ສາມາດເອົາ​ຕົວ​ຫຼົບ​ໜີ​ອອກ​ມາໄດ້.

ຄຳ​ເຫັນ

0