吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງຢີ້​ພົບ​ປະ​ກັບ​ທ່ານ​ບລອກ

2019-06-20 15:37:50 cri

ວັນ​ທີ 19 ມິຖຸນາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກສາ​ຫາ​ແຫ່ງ​ລັດ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດການ​ເຈລະຈາ​ກັບ​ທ່ານ​ສ​​ແຕຟ ບລອກ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ໂຮ​ນລັງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ​ໂຮ​ນລັງ​ຢູ່​ຖຽວໜ້າ​ຂອງ​ບັນດາ​ປະ​ເທດ​ເອີຣົບ​ໃນ​ດ້ານ​ການ​ພັດທະນາ​ສາຍ​ພົວພັນ​ກັບ​ຈີນ​ໃນ​ເວລາ​ດົນ​ນານ​ມາ​ນີ້. ຈີນ​ຍິນ​ດີ​​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ໂຮ​ນລັງ, ຊູ​ກຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ຮ່ວມ​ກັນ​ຢ່າງ​ມີ​ຄຸນ​ນະພາ​ບສູງ​, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ​ປະສານ​ງານ​ໃນ​ກົນ​ໄກ​ຫຼາຍ​ຝ່າຍ ຄື: ກຸ່ມ G20 ​ແລະ​ອື່ນໆ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ແບບ​​ເປີດປະຕູ​ສູ່​ພາຍ​ນອກ ​ແລະ​ແທດ​ເໝາະ​ກັບ​ຄວາມ​ເປັນ​ຈິງ​ໃຫ້​ມີ​ການ​ພັດທະນາ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ບລອກກ່າວ​ວ່າ: ​ໂຮ​ນລັງ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ຈີນ​ປົກ​ປ້ອງ​ລະບົບ​ການ​ຄ້າ​ເສລີ​ທີ່​ເປີດ​ປະຕູ​ສູ່​ພາຍ​ນອກ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ໃຫ້​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ​ໂຮ​ນລັງ​ຍິນ​ດີ​ເອື້ອອຳນວຍ​ຄວາມ​ສະດວກ​ໃນການ​ແຂ່ງຂັນ​ຢ່າງ​ເປັນ​ທຳ​ໃຫ້​​ແກ່ວິ​ສາ​ຫະກິດ​ບັນດາ​ປະ​ເທດ ລວມທັງ​ຈີນ.

ຄຳ​ເຫັນ

0