莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທົ່ວ​ໂລກ​ຍັງ​ມີຫຼາຍ​ຕື້​ຄົນ​ຂາດເຂີນ​ນ້ຳ​ດຶ່ມ​ທີ່​ປ​ອດ​ໄພ

2019-06-20 16:15:24 cri

ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 18 ມີ​ຖຸ​ນານີ້, ກອງ​ທຶນ​ເດັກ​ນ້ອຍ​​ແຫ່ງສ​ະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ອະ​ນາ​ໄມ​ໂລກ​ຮ່ວມ​ກັນ​​ເຜີຍ​ແຜ່​ບົດ​ລາຍ​ງານ​ໂດຍ​​ໃຫ້​ຮູ້​ວ່າ: ​ໃນ​ປີ 2017, ທົ່ວ​ໂລກ​ຍັງ​ມີຫຼາຍ​ຕື້​ຄົນ​​ຂາດ​ເຂີນ​ນ້ຳ​ດຶ່ມ​ທີ່​ປອດ​ໄພ​ແລະ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​​ຂັ້ນ​ພື້ນ​ຖານ.
 

ບົດ​ລາຍ​ງານ​ຊີ້​ອອກວ່າ, ໃນ​ລະ​ຫວ່າງ​ປີ 2000-2017, ທົ່ວ​ໂລກ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ໃນ​ດ້ານ​​ການ​ສະ​ໜອງ​ນ້ຳ​ດຶ່ມ​ສະ​ອາດ, ມີ​ສະ​ພາບ​ແວດ​ລ້ອມ​ສະ​ອາດ​, ແລະ​ສ່ວນ​ບຸກ​ຄົນ​ສະ​ອາດ​ໂດຍ​ພື້ນ​ຖານ, ແຕ່​ໃນ​ດ້ານ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ຍັງ​ຂາດ​ເຂີນຫຼາຍ, ​ໃນ​ປີ 2017, ຍັງ​ມີ 2,2 ຕື້ຄົນ​ຂາດ​ເຂີນນ້ຳ​ດຶ່ມ​ສະ​ອາດ​​ທີ່ປອດ​ໄພ, 4,2 ຕື້​ຄົນ​ຂາດ​ການ​ຄຸ້ມ​ຄອງການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​​ຂັ້ນ​ພື້ນ​ຖານ, 3 ຕື້​ຄົນ​ຂາດ​ເງື່ອນ​ໄຂ​ລ້າງ​ມື​ໂດຍ​ພື້ນ​ຖານ. ​ການ​ຂາດ​ເຂີນເງື່ອນ​ໄຂ​​ທາງ​ດ້ານສາ​ທາ​ລະ​ນະ​ສຸກ​ທີ່​ດີ​ພາ​ໃຫ້​ເກີດ​ໂລກ​ອະ​ຫິ​ວາ, ທ້ອງບິດ, ​ໄຂ້​ທໍ​ລະ​ພິດ ແລະ​ອື່ນໆ, ແຕ່​ລະ​ປີ​ມີ​​ເດັກ​ນ້ອຍ​ 5 ຂວບ​ລົງ​ລຸ່ມເກືອບ 3 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ຖອກ​ທ້ອງ​ຍ້ອນ​ຂາດ​​ເຂີນເງື່ອນ​ໄຂ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ພື້ນ​ຖານ.

ຄຳ​ເຫັນ

0