吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ແຜ່ນດິນ​ໄຫວ​ເມືອງ​ສາງ​ນີງ​ແຂວງ​ເສ​ສວນ​ໄດ້​ເຮັດ​ໃຫ້​ມີ​ຜູ້​ປະສົບ​ໄພ​ຫຼາຍ​ກວ່າ 240 ພັນ​ຄົນ

2019-06-20 15:40:13 cri

ວັນ​ທີ 19 ມິຖຸນາ​ນີ້, ສູນ​ບັນຊາ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ເມືອງ​ສາງ​ນີງ​ໄດ້​ເປີດ​ເຜີຍ​ວ່າ: ຮອດ​ເວລາ 16 ​ໂມງ​ມື້​ດຽວ​ກັນ, ​ແຜ່ນດິນ​ໄຫວ 6,0 ລິກ​ເຕີ​​ໄດ້​ເຮັດ​ໃຫ້​ເມືອງ​ສາງ​ນີງ, ​​​ເມືອງ​ກົງຊ້ຽນ, ​ເມືອງ​ກ່າວຊ້ຽນ ​ແລະ​ແຫ່ງອື່ນໆ​ໄດ້​ຮັບ​ຜົນ​ກະທົບ ​ແລະ​ມີ​ຜູ້​ປະສົບ​ໄພ 243880 ຄົນ, ​ໃນ​ນັ້ນ ມີ​ຜູ້​ເສຍ​ຊີວິດ 13 ຄົນ ​ແລະ​ຜູ້​ບາດ​ເຈັບ 220 ຄົນ.

ຮອດ​ເວລາ 8 ​ໂມງຂອງ​ວັນ​ທີ 19 ມິຖຸນາ​ນີ້, ​​ເມືອງ​ສາງ​ນີງ​ໄດ້​ເກີດ​ແຮງ​ສັ່ນສະ​ເທື່ອ​ນຫຼາຍ​ກວ່າ​ລະດັບ 2,0 ລິກ​ເຕີຕາມ​ມາ 2,0 ລິກ​ເຕີ​ຂຶ້ນ​ໄປ​ 88 ​ຄັ້ງ, ​ແຮງ​ສຸດ​ແມ່ນ 5,3 ລິກ​ເຕີ.

ພາຍ​ຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ໜ່ວຍ​ງານ​ກູ້​ໄພ​ປ່າ​ໄມ້, ກອງດັບ​ເພີງ, ທະຫານ, ກູ້​ໄພ​ບໍ່​ແຮ່, ທະຫານ​ລາດ​ກອງ​ຫຼອນ ​ແລະໜ່ວຍກູ້​ໄພ​ທາງ​ສັງຄົມ​ຫຼາຍ​ກວ່າ 3100 ຄົນ​ໄດ້​ດຳ​ເນີນ​ການ​ຊ່ວຍ​ເຫຼືອ. ຮອດ​ປັດຈຸບັນ​ນີ້, ວຽກ​ງານກູ້​ໄພໄດ້​ສຳ​ເລັດ​ແລ້ວ, ນ້ຳປະປາ, ​ໄຟຟ້າ, ອາຍ​ແກັສທຳ​ມະ​ຊາດ ​ແລະ​ການ​ສື່ສານ​ໃນ​ເຂດ​ປະສົບ​ໄພ​ໄດ້​ຟື້ນ​ຟູ​ເປັນ​ປົກກະຕິ ​ແລະຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​​ໃນ​ເຂດປະສົບ​ໄພ​ກໍມີ​ຄວາມ​ຮັບ​ປະກັນ ​ແລະມີ​ປະສິດທິ​ຜົນ.

ຄຳ​ເຫັນ

0