蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ເຫັນ​ວ່າຄະ​​ນະ​ສືບ​ສວນ​ປະ​ສົມ​ເຫດ​ການ​​ເຮືອ​ບິນ​ຕົກ​ຂອງ​ຖ້ຽວ​ບິນ MH 17 ຂອງ​ສາຍ​ການ​ບິນມ​າ​ເລ​ເຊຍ​ຕົກ​ກ່າວ​ຟ້ອງ​ພົນ​ລະ​ເມືອງ​ຣັດ​ເຊຍ​ແມ່ນ​ບໍ່​ມີຫຼັກ​​ຖານອ້າງ​ອີງ​ຫຍັງ​ເລີຍ

2019-06-20 17:04:16 CRI

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້ໂດຍ​ເຫັນ​ວ່າ, ຄະ​ນ​ະສືບ​ສວນ​ປະ​ສົມ​ເຫດ​ການເຮືອ​ບິນ​ຕົກ​ຂອງ​ຖ້ຽວ​ບິນ MH 17 ຂອງ​ສາຍ​ການ​ບິນມ​າ​ເລ​ເຊຍທີ່​ນຳ​​ໂດຍ​ໂຮນ​ລັງ​ໄດ້​ກ່າວ​ຟ້ອງ​ພົນ​ລະ​ເມືອງ​ຣັດ​ເຊຍ​​ທາງ​​ຄະ​ດີອາ​ຍາ ແມ່ນ​ບໍ່​ມີຫຼັກ​ຖານ​ອ້າງ​ອີງ​ຫຍັງ​ເລີຍ, ຈຸດ​ປະ​ສົງ​​ກໍ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຣັ​ດ​ເຊຍ​ໃນ​ເວ​ທີ​ສາ​ກົນ.

ຖະ​ແຫຼງ​ການ​ສະ​ບັບ​ນີ້​ທີ່​ເຜີຍ​ແຜ່​ໃນ​ເວັບ​ໄຊ​ກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ລະ​ບຸ​ວ່າ, ຂະ​ນະ​ທີ່​ຄະ​ນະ​ສືບ​ສວນ​ດັ່ງ​ກ່າວ​ປະ​ກາດ​ກ່າວ​ຟ້ອງ​ພົນ​ລະ​ເມືອງ​ຣັດ​ເຊຍ​ນັ້ນ, ເຂົາ​ເຈົ້າ​ບໍ່​ມີຫຼັກ​ຖານ​ໃດໆ​ເທື່ອ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ, ພາຍຫຼັງ​ເກີດ​ເຫດ​ການ​ດັ່ງ​ກ່າວ​ແລ້ວ, ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ໄດ້​ປະ​ສານ​ງານ​ກັບ​ເຈົ້າ​ໜ້າ​ທີ່​ໂຮງ​ລັງ​ຢ່າງ​ຕັ້ງ​ໜ້າ. ແຕ່​ຄະ​ນະ​ສືບ​ສວນ​ປະ​ສົມ​ໄດ້ປະ​ຕິ​ເສດ​ໃຫ້​ຣັດ​ເຊຍ​ເຂົ້າ​ຮ່ວມ​ການ​ສືບ​ສວນ​​ຢ່າງ​ເຕັມ​ຮູບ​ແບບ ແລະ ເຮັດ​ໃຫ້​ການ​ມີ​ສ່ວນ​ຮ່ວມ​ສືບ​ສວນ​ຂອງ​ຣັດ​ເຊຍ​​ເປັນ​ພ​ຽງສຳ​ຮອງ​ເທົ່າ​ນັ້ນ ເຊິ່ງ​ສະ​ພາບ​ການ​ເຫຼົ່າ​ນີ້​ໄດ້ເປັນ​ການ​ພິ​ສູດ​ເຖິງ​ຄວາມ​ກັງ​ວົນ​ຂອງ​ຣັດ​ເຊຍ​ກ່ຽວ​ກັບ​ການ​ສືບ​ສວນ​ທີ່​ນຳ​ໂດຍ​ໂຮງ​ລັງ​ນັ້ນ​ມີ​ຄວາມ​ເຫັນ​ລຳ​ອຽງ ແລະ ​ອະ​ຄະ​ຕິ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ຕື່ມ​ວ່າ, ຣັດ​ເຊຍ​ຈະ​ສືບ​ຕໍ່​ຊ່ວຍ​ສືບ​ສວນຫາ​ສາຍ​ເຫດ​ການ​ຕົກ​ຂອງ​ເຮືອ​ບິນ​ດັ່ງ​ກ່າວ ເພື່ອ​ຊອ​ກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ເຫດ​ການ ແລະ ລົງ​ໂທດ​ຜູ້​ກໍ່​ເຫດ​ຕົວ​ຈິງ.

ຄຳ​ເຫັນ

0