吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ຣັດ​ເຊຍ​ຄັ້ງ​ທີ 6 ​​ບັນລຸ​ມູນ​ຄ່າຫຼາຍ​ກວ່າ 170 ຕື້​ຢວນ

2019-06-20 15:39:41 cri

ວັນ​ທີ 19 ມິຖຸນາ​ນີ້, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ຣັດ​ເຊຍ​ຄັ້ງທີ 6 ​ໄດ້​ປິດ​ສາກ​ຢູ່​ນະຄອນ​ຮ​າ​ປິ່ນ​ແຂວງ​ເຮີຍ​ລອງ​ຈ່ຽງປະ​ເທດ​ຈີນ.ຕາມ​ຂໍ້​ມູນ​ສະຖິຕິ​ໃນ​ເບື້ອງ​ຕົ້ນ, ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ບັນລຸຂໍ້​ຕົກລົງ ​ແລະ​ສັນຍາ​ຕ່າງໆ​ຫຼາຍກວ່າ 380 ​ສະບັບ ​ແລະ​ບັນລຸ​ມູນ​ຄ່າຫຼາຍ​ກວ່າ 170 ຕື້​ຢວນ.

ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ດຶງ​ດູດນັກທຸລະກິດ​ທີ່​ມາ​ຈາກ 74 ປ​ະ​ເທດ ​ແລະ​ພາກ​ພື້ນຂອງ 6 ທະວີບ ຄື: ອາຊີ, ​ເອີຣົບ, ອາ​ຟຣິກາ, ອາ​ເມຣິກາ​ເໜືອ, ອາ​ເມຣິກາ​ໃຕ້ ​ແລະ​ໂອ​ຊີ​ອາ​ນີ ​ເຊິ່ງມີ​ວິ​ສາ​ຫະກິດ 1764 ​ແຫ່ງ, ນັກທຸລະກິດ​ພາຍ​ໃນ ​ແລະ​ຕ່າງປະ​ເທດ 23000 ຄົນ ​ແລະ​ຜູ້​ຊົມ 234000 ​ເທື່ອ​ຄົນ​ເຂົ້າ​ຮ່ວມ​.

ການ​ຮ່ວມ​ມື​ລະດັບ​ທ້ອງ​ຖິ່ນລະຫວ່າງ​ຈີນ ​ແລະຣັດ​ເຊຍ​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງໜ້າ. ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ຈັດ​ກິດຈະກຳ​ປຶກສາ​ຫາລື​ຈັບ​ຄູ່​ຮ່ວມ​ມື​ທາງ​ທຸລະ​ກິດ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ການ​ແລກປ່ຽນ​ການ​ຮ່ວມ​ມື​ຈີນ-ຣັດ​ເຊຍ ກໍ​ຄື​ການດຳ​ເນີນ​ການ​ແລ​ກປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ສ້າງ​ເຂດ​ອ່າວ​ໃຫຍ່ກວາງ​ໂຈ່​ວ-​ຮົງ​ກົງ-ມາ​ກາວ, ການ​ຟື້ນ​ຟູ​ເຂດ​ຕາ​ເວັນ​ອອກ​ສ່ຽງເໜືອ​ຈີນ​ໃຫ້​ຈະ​ເລີ​ນຄືນ, ການ​ພັດທະນາ​ເຂດຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ ​ແລະ​ອື່ນໆ ​ເຊິ່ງ​ເປັນ​ງານ​ວາງສະ​ແດ​ງທີ່ມີ​ລະດັບ​ສູງ ​ແລະ​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ລະຫວ່າງ​ຈີນ ​ແລະຣັດ​ເຊຍ.

 

ຄຳ​ເຫັນ

0