黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໜ່ວຍງານສືບ​ສວນເຫດ​ການ​ເຮືອ​ບິນ MH17 ຖືກ​ຍິງ​ຕົກ​ກ່າວ​ຟ້ອງ​ຕໍ່​ຜູ້​ຕ້ອງ​ຫາ 4 ຄົນ

2019-06-20 16:43:44 cri

ໜ່ວຍ​​ງານສື​ບວນ​ສວນ​ປະ​ສົມ​ອຸ​ບັດ​ຕິເຫດ​ເຮືອບິນ​ໂດຍສານ MH17 ຕົກທີ່​ນຳ​ໂດຍໂຮນ​ລັງ​ເປີດ​ເຜີຍ​ໃນ​ວັນ​ທີ 19 ມິ​ຖຸ​ນາ​ນີ້​ວ່າ, ຈະ​ກ່າວຟ້ອງ​ຄະ​ດີ​ທາງ​ອາ​ຍາ​ຕໍ່​ຜູ້​ຕ້ອ​ງ​ຫາ 4 ຄົນດ້ວຍຂໍ້​ຫາ​ລອບ​ສັງ​ຫານ.

ໜ່ວຍງານ​ສືບ​ສວນ​ກ່າວ​ວ່າ, ຜູ້​ຕ້ອງ​ຫາ 4 ຄົນ​ລວມ​ມີ​ຊາວ​ອູ​ແກຼນ​ 1 ຄົນແລະ​ຊາວ​ຣັດ​ເຊຍ 3 ຄົນ. ຕາມ​ຄວາມ​ເວົ້າ​ຂອງ​ໜ່ວຍ​ງານ​ສືບ​ສວນ, ໃນ​ເວ​ລາ​ເກີດ​ອຸ​ບັດ​ເຫດ, ຜູ້​ຕ້ອງ​ຫາ 4 ຄົນ​ດັ່ງ​ກ່າວ​ລ້ວນ​ແຕ່​​ສັງ​ກັດ​ໃນ​ກອງທະ​ຫານ​ຫຼື​​ໜ່ວຍຂ່າວ​ລັບ​ສຳ​ຄັນ​ຢູ່ “ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ໂດ​ເນັ​ສ​” ທີ່​ກຸ່ມ​ປະ​ກອບ​ອາ​ວຸດ​ອູ​ແກຼນ​ສ້າງ​ຕັ້ງ​ຂຶ້ນ. ທ່ານ​​ແຟ​ຣດ ເວ​ສ ເຕີ​ເບກ ໄອ​ຍະ​ການ​​ສູງ​ສຸດຂອງ​ໂຮນ​ລັງ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, “ຜູ້​ຕ້ອງ​ຫາ 4 ຄົນ​ດັ່ງ​ກ່າວ​ຄວນ​ຮັບ​ຜິດ​ຊອບ​ຕໍ່​ການ​ຂົນ​ສົ່ງ​ອາ​ວຸດ​ໄປ​ອູ​ແກຼນ​ເພື່ອ​ຍິງ​ເຮືອ​ບິນ MH17.

ໜ່ວຍ​ງານ​ສືບ​ສວນ​ກ່າວ​ວ່າ, ຄະ​ດີ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ຢູ່​ສານ​ສາ​ກົນ​ລາ​ໄຮ​ໃນ​ວັນ​ທີ 9 ມີ​ນາ​ປີ 2020, ເຖິງວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອ​ຍ​ທີ່​ສຸດ​ທີ່​ຜູ້​ຕ້ອງ​ຫາ​ຈະ​ໄປ​ຂຶ້ນ​ສານ​ຫຼື​ບໍ່​ໄປ​ຂຶ້ນ​ສາ​ກໍຕາມ, ແຕ່​ການ​ສືບ​ສວນ​ຄະ​ດີ​ກໍ​ຕ້ອງ​ດຳ​ເນີນ​ໄປ.

ຄຳ​ເຫັນ

0