尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ

2019-06-29 11:52:42 cri

圖片默認標題_fororder_yinni

ວັນ​ທີ 28 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍຢູ່​ໂອ​ສະ​ກາ.

ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ປີ​ໜ້າ​ແມ່ນ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ພວກ​ຂ້າ​ພະ​ເຈົ້າ​ຄວນສືບ​ຕໍ່​ພະ​ຍາ​ຍາມ​​ຕໍ່​ໄປ ຮ່ວມ​ກັນ​ສ້າງ​ສະ​ຖາ​ນະ​ການ​ໃໝ່​ລະ​ຫວ່າງ​ສອງ​ປະ​ເທດ​​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​​​ພັດ​ທະ​ນາ​ຮ່ວມ​ກັນໃນຍຸກ​ໃໝ່. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ກັນ​ໃນ​ດ້ານ​ການ​ຄຸ້ມ​ຄອງ​ປະ​ເທດ​ແລະ​ການ​ບໍ​ລິ​ຫານ​ງານ,ສ້າງ​ທາງ​ລົດ​ໄຟ​ບັງ​ດຸງ-ຈາ​ກາ​ຕາ​ແລະ “ແລວ​ເສດ​ຖະ​ກິດ​ສັງ​ລວມ​ຂອງ​ພາກ​ພື້ນ” ໃຫ້​ດີ,ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ອົບ​ຮົມວິ​ຊາ​ຊີບ,ຊຸກ​ຍູ້​ການ​ຍົກ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ຂອງການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃຫ້​ສູງ​ຂຶ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດອ​າຊຽນ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ເຊັ່ນ: ຕົວ​ເມືອງ​ອັດ​ສະ​ລິ​ຍະແລະ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ເປັນ​ຕົ້ນ,ເພື່ອ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​​ໂນ​ໂລ​ຊີ​ແລະການ​ປະ​ດິດ​ສ້າງ​ໃໝ່​ກາຍ​ເປັນ​ພະ​ລັງ​ແຮງ​ໃໝ່​​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ສອງ​ປະ​ເທດ​ກໍ​ຄື​ຂອງ​ພາກ​ພື້ນ​.

ຄຳ​ເຫັນ

0