黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງຢ້ຽມ​ຢາມ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ

2019-07-17 16:23:07 cri

圖片默認標題_fororder_1124761642_15632913265401n
ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ໂອ​ກາດ​ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ​ແລະ​ຊີ້​ນຳວຽກ​ງານ​ການ​ສຶກ​ສາ​ທີ່​ເນັ້ນ​ຫົວ​ຂໍ້ “ຢ່າລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຈື່​ຈຳ​ພາ​ລະ​ກຳຢ່າງ​ໝັ້ນ​ໜຽວ”, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ກ່າວ​ເນັ້ນ​ວ່າ, ຄວນ​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ​ແລະ​ພາ​ລະ​ກຳ​ໃຫ້​ດີ, ປະ​ຕິ​ບັດ​ຕາມ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ປະ​ຕິ​ບັດ​ທັດ​ສະ​ນະ​ພັດ​ທະ​ນາ​ໃໝ່, ເຮັດ​ວຽກ​ງານ​ດ້ານ​ຕ່າງໆ​ໃຫ້​ດີ​ຄື: ຮັກ​ສາ​ການ​ເຕີບ​ໂຕ​ໃຫ້​ໝັ້ນ​ທ່ຽງ, ຊຸກ​ຍູ້​ການ​ປະ​ຕິ​ຮູບ, ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ເກິດ, ສ້າງ​ຄວາມ​ຜາສຸກ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ປ້ອງ​ກັນ​ຄວາມ​ສ່ຽງ, ຮັກ​ສາ​ຄວາມ​ໝັ້ນ​ຄົງ, ເພີ່ມ​ທະ​ວີ​ຄວາມ​ຮູ້​ສຶກ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ຜາ​ສຸກ​ແລະ​ຄວາມ​ປ​ອດ​ໄພ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​​ທີ່​ເປັນ​ເຂດ​ຊາຍ​ແດນ​ຂອງ​ຊາດທີ່ສວຍ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0