黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ແຈກ​ກີ ຈັນ: ຂ້ອຍ​ເປັນ​ຜູ້​ປົກ​ປ້ອງ​ທຸງ​ຊາດ! ຫວັງ​ໃຫ້​ຮົງ​ກົງ​ກັບ​ຄືນ​ສູ່​ຄວາມ​ສະ​ຫງົບ​ໂດຍ​ໄວ

2019-08-14 14:47:04 cri

ທ່ານ ເຊີງ​ລົງ ຫຼື​ຊື່​ພາ​ສາ​ອັງ​ກິດ​ຄື ແຈກ​​ກີ ຈັນ ຜູ້​ກຳ​ກັບ​ແລະ​ນັກ​ສະ​ແດງ​ທີ່​ມີ​ຊື່​ສຽງ​ລະ​ດັບ​ໂລກ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CCTV ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ​ວ່າ: ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ໃນຫວ່າງມໍ່ໆ​ມານີ້ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ເຈັບ​ແສບ​ແລະ​ເປັນ​ຫ່ວງ​ເປັນ​ໃຍ. ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ “1.400 ລ້ານ​ຄົນ​ປົກ​ປ້ອງ​ທຸງ​ແດງ​ຫ້າ​ດາວ” ນັ້ນ ກໍ​ເພື່ອ​ຢາກ​ສະ​ແດງ​​ພື້ນ​ຖານຂອງຄວາມ​ຮັກ​ຊາດໃນ​ຖາ​ນະ​ເປັນ​ຊາວ​ຮົງ​ກົງ​ແລະ​ຊາວ​ຈີນ, ຫວັງ​ວ່າ​ຜ່ານ​ຈາກ​ການ​ເຄື່ອນ​ໄຫວ​ລັກ​ສະ​ນະນີ້ ຈະ​ໄດ້​​ສົ່ງ​ສຽງ​​ຮ່ວມ​ກັບ​ທຸກ​ຄົນ​ວ່າ “ຂ້ອຍ​ກໍ່​ແມ່ນ​ຜູ້​ປົກ​ປ້ອງ​ທຸງ​ຊາດ!” ເຊັ່ນ​ກັນ.

ທ່ານ ແຈກກີ ຈັນ ກ່າວ​ຕື່ມ​ວ່າ: “ຄວາມ​ປອດ​ໄພ, ສະ​ຖຽນ​ລະ​ພາບ ແລະ​ສັນ​ຕິ​ພາບ ກໍ​ປຽບ​ເໝືອນ​ອາ​ກາດ, ​ເພື່ອ​ຖືກ​ສູນ​ຫາຍ​ໄປ​ແລ້ວ ຈຶ່ງ​ຈະ​ຮູ້​ຄວາມ​ລ້ຳ​ຄ່າ​ຂອງ​ມັນ. ຮົງ​ກົງ​ແມ່ນ​ບ້ານ​ເກີດ​ຂອງ​ຂ້າ​ພະ​ເຈົ້າ, ຈີນ​ແມ່ນ​ປະ​ເທດ​ຊາດ​ຂອງ​ຂ້າ​ພະ​ເຈົ້າ; ຂ້າ​ພະ​ເຈົ້າ​ຮັກ​ປະ​ເທດ​ຊາດ​ແລະ​ບ້ານ​ເກີດ​​ເມືອງນອນຂອງ​ຕົນ, ຫວັງ​ວ່າ​ຮົງ​ກົງ​ຈະ​ກັບ​ຄືນ​ສູ່​ຄວາມ​ສະ​ຫງົບ​ໂດຍ​ໄວ.”

ຄຳ​ເຫັນ

0