吳寧

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປາກິດສະ​ຖານ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະ​ພາ​ຄວ​າມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈັດ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ກາ​ສ​ເມຍ

2019-08-18 14:54:09 cri

    ວັນ​ທີ 17 ສິງ​ຫາ​ນີ້, ທ່ານ​ອິມ​ຣານ ຄານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິດ​ສະ​ຖານ​​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ສະ​ພາ​ຄວ​າມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຈັດ​​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ກາ​ສ​ເມຍ​ດ້ວຍ​ສື່ສັງ​ຄົມ​ອອນ​ລາຍ​ຂອງ​ຕົນ.
   ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ການ​ປຶກ​ສາ​ຫາ​ລື​​ບໍ່ເປັນທາງການກ່ຽວກັບບັນຫາອິນເດຍ-ປາ​ກິດສະຖານໃນວັນທີ 16 ສິງຫານີ້ ໂດຍຮັບຟັງກອງເລຂາສະຫະປະຊາຊາດແຈ້ງສະຖານະການເຂດກາສ​ເມຍໃນ​ປັດ​ຈຸ​ບັນແລະ ສະພາບວຽກງານ​ຂອງຄະນະສັງເກດການທາງທະຫານອິນເດຍ-ປາ​ກິດສະຖານຂອງສະຫະປະຊາຊາດ.
 

ຄຳ​ເຫັນ

0