ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 18 ສິງຫານີ້, ເຈົ້າໜ້າທີ່ຕຳຫຼວດຣັດເຊຍໄດ້ແຈ້ງໃຫ້ສະຖານທູດຈີນປະຈຳຣັດເຊຍຊາບວ່າ, ລົດບັດຂົນສົ່ງນັກທ່ອງທ່ຽວຈີນຄັນໜຶ່ງໄດ້ເກີດອຸບັດເຫດຢູ່ນະຄອນຫຼວງມົສກູໃນຕອນເຊົ້າມື້ດຽວກັນ ແລະ ເປັນເຫດເຮັດໃຫ້ມີນັກທ່ອງທ່ຽວຈີນບາດເຈັບ 10 ກວ່າຄົນ.
ຕາມການແຈ້ງການຂອງເຈົ້າໜ້າທີ່ຕຳຫຼວດຣັດເຊຍ, ໃນເວລາເກີດເຫດ, ລົດບັດຄັນດັ່ງກ່າວໄດ້ບັນທຸກນັກທ່ອງທ່ຽວຈີນເດີນທາງໄປເມືອງຊູສດານ ຕົວເມືອງປະຫວັດສາດທີ່ມີຊື່ສຽງຂອງຣັດເຊຍ, ໃນລົດມີນັກທ່ອງທ່ຽວຈີນ 30 ກວ່າຄົນ, ໃນນັ້ນ, ມີ 10 ກວ່າຄົນບາດເຈັບເບົາແລະຖືກສົ່ງໄປປິ່ນປົວຢູ່ໂຮງໝໍ. ພະແນກກົງສຸນສະຖານທູດຈີນປະຈຳຣັດເຊຍ ພ້ອມທັງຫົວໜ້າຄະນະທ່ອງທ່ຽວແລະຜູ້ນຳທ່ຽວພວມເອົາໃຈໃສ່ແກ້ໄຂວຽກງານທີ່ກ່ຽວຂ້ອງ.
ຄຳເຫັນ
0