吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສົ່ງ​ສາ​ນຊົມ​ເຊີຍ​ເຖິງ​ເວທີ​ປຶກສາ​ຫາລື​ສວນສາທາລະນະ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ

2019-08-19 17:01:23 cri

ຕອນ​ເຊົ້າ​ວັນ​ທີ 19 ສິງຫາ​ນີ້, ອົງການ​ປ່າ​ໄມ້ ​ແລະ​ທົ່ງ​ຫຍ້າ​​ແຫ່ງ​ຊາດຈີນ ​ແລະ​​ອົງການ​ປົກຄອງ​​ແຂວງຊິ່ງ​ໄຫ​ໄດ້​ຮ່ວມ​ກັນ​​ເປັນ​ເຈົ້າພາບ​ຈັດ​ເວທີ​ປຶກສາ​ຫາລື​ສວນສາທາລະນະ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ​ຊີ່​ນິງ​ແຂວງ​ຊິ່ງ​ໄຫ. ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍ.​ເຖິງ​ເວທີ​ປຶກສາ​ຫາລື​ດັ່ງກ່າວ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ການ​ສ້າງຄວາມ​ສີວິ​ໄລ​ດ້ານນິ​ເວດ​ມີ​ຄວາມ​ສຳຄັນ​ຕໍ່​ການ​ພັດທະນາ ​ແລະ​ຄວາມ​ກ້າວໜ້າ​ດ້ານ​​ອາລະຍະ​ທຳ​ຂອງມວນ​ມະນຸດ. ​ໃນ​ຊຸມ​ປີຜ່ານມາ, ຈີນ​ໄດ້​ປະຕິບັດ​ນະ​ໂຍບາຍ​ສວນສາທາ​ລະນະ​ແຫ່ງຊາດ ​ເຊິ່ງ​ເປັນ​ມາດ​ຕະການ​ທີ່​ສຳຄັນ​ໃນ​ການ​ຊຸກ​ຍູ້​ການອະນຸລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ​ ​ເພື່ອສ້າງ​ຈີນ​ໃຫ້ສວຍ​ງາມ ​ແລະ​ສົ່ງ​ເສີມ​ຄວາມກົມກຽວ​ກັນລະຫວ່າງ​ຄົນກັບ​ທຳ​ມະ​ຊາດ.

ທ່ານກ່າວ​ເນັ້ນ​ວ່າ: ຈີນ​ໄດ້​ເພີ່ມ​ທະວີ​ການ​ສ້າງຄວາມ​ສີວິ​ໄລ​ດ້ານ​ນິ​ເວດ ​ເຊິ່ງບໍ່​ພຽງ​ແຕ່ຈະ​ປະສານ​ສົມທົບກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ​ຢ່າງ​ໜັກ​ແໜ້ນ​ເທົ່າ​ນັ້ນ, ຍັງ​ຕ້ອງ​ຖອດ​ຖອນ​ບົດຮຽນ​ຈາກ​ຕ່າງປະ​ເທດທີ່​ປະສົບ​ຜົນສຳ​ເລັດ​ມາ​ແລ້ວ. ຫວັງ​ວ່າ​​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ລະບົບ​ເຂດ​ສະຫງວນທຳ​ມະ​ຊາດ​ທີ່​ຖື​​ເອົາສວນສາທາລະນະ​ແຫ່ງ​ຊາດ​ເປັນ​ຕົ້ນຕໍ” ​ລົງ​ເລິກ​ການ​ປຶກສາ​ຫາລື ​ແລະ​ເຕົ້າ​ໂຮມ​ແນວຄວາມ​ຄິດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ສີວິ​ໄລ​ດ້ານ​ນິ​ເວດ​ທີ່​ດີ​​ໃຫ້​ໂລກ ​ແລະ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0