莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຍິນ​ດີ​ສົນ​ທະ​ນາ​ກັບ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ໃກ້ແລະ​​ໄລ​ຍະກາງ

2019-08-19 10:41:49 cri

​ຕາມ​ຂ່າວ​ສານ​ຊີນ​ຮ​ວາ: ວັນ​ທີ 18 ສິງ​ຫານີ້, ຢູ່​ມົ​ສ​ກູ, ທ່ານ​ເຊ​ເກ ໂຊ​ຍ​ກູ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ວ່າ: ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ບັນ​ຫາ​​ລູກ​ສອນ​ໄຟ​ນຳ​ວິ​ຖີໄລ​ຍະ​ໃກ້​ແລະ​ໄລ​ຍະ​ກາງ, ພ້ອມ​ທັງ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ວ່າ​ບໍ່​ຄວນ​​ຕົວະ​ໃນ​ບັນ​ຫາ​ວ່າ​“ເຈ​ລະ​ຈາຫຼືບໍ່ເຈ​ລະ​ຈາ”.

ທ່ານ​ໂຊ​ຍ​ກູ​ກ່າວ​ວ່າ: ກ່ຽວ​ກັບ​ບັນ​ຫາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ໃກ້​ແລະ​ໄລ​ຍະ​ກາງ, ຝ່າຍ​ຣັດ​ເຊຍ​ພ້ອມ​ເປີດ​ປະ​ຕູ​​ໃນການ​ສົນ​ທະ​ນາຢູ່​ແລ້ວ, ແຕ່​ຣັດ​ເຊຍ​ຈະ​ຍຶດ​ໝັ້ນ​ໃນຫຼັກ​ໝັ້ນ​ໃນ​​ກ່ອນ​ໜ້ານີ້, ຖ້າ​ອາ​ເມ​ຣິ​ກາບໍ່​​ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ​ວິ​ຖິ​ໄລ​ຍະ​ໃກ້​ແລະ​ໄລ​ຍະ​ກາງ​ໃນ​ເຂດ​ເອີ​ຣົບ​ແລະ​ອາ​ຊີ​ປາ​ຊີ​ຟິກ, ຣັດ​ເຊຍກໍ່​ຈະ​ບໍ່​​ຕິດ​ຕັ້ງລູກ​ສອນ​ໄຟ​ນຳ​ວິ​ຖີ​ປະ​ເພດ​ດຽວ​ກັນນີ້​ເຊັ່ນ​ກັນ.

ຄຳ​ເຫັນ

0