吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເວທີ​ປຶກສາ​ຫາລື​ດ້ານ​ສື່​ມວນ​ຊົນ​ພາສາ​ຈີນ​ໂລກ​ຄັ້ງ​ທີ 10 ​ໃກ້​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ສື​​ເຈ່ຍ​ຈ່ວງຈີນໃນ​ເດືອນ​ຕຸລາ​ທີ່​ຈະ​ມາ​ເຖິງ

2019-08-19 17:00:52 cri

ຫ້ອງການ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ລັດຖະບານ​ຈີນ, ອົງການ​ປົກຄອງແຂວງ​ເຮີ​ເປີ​ຍ ​ແລະ​ສຳນັກ​ຂ່າວສານ​ຈີນ​ຮ່ວມ​ກັນ​​ເປັນ​ເຈົ້າພາບຈະ​ຈັດ​ເວທີ​ປຶກສາ​ຫາລື​ດ້ານ​ສື່​ມວນ​ຊົນ​ພາສາ​ຈີນ​ໂລກ​ຄັ້ງ​ທີ 10 ຢູ່​ນະຄອນ​ສື​​ເຈ່ຍ​ຈ່ວງ​ແຂວງ​ເຮີ​ເປີ​ຍ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 14 ຕຸລາ​ທີ່​ຈະ​ມາ​ເຖິງ ​ເຊິ່ງຈະ​ມີ​ການ​ນຳ​ຂັ້ນ​ສູງ​ຂອງ​ສື່​ມວນ​ຊົນ​ພາສາ​ຈີນ​ຫຼາຍກວ່າ 400 ສຳນັກ​ຈາກ 50 ກວ່າ​ປະ​ເທດ ​ແລະ​ເຂດ​ແຄວ້ນຂອງ 5 ທະວີບ​ເຂົ້າ​ຮ່ວມ.

​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ພາຍ​ໃຕ້​ຫົວ​ຂໍ້ “ຈູງ​ແຂນ​ໂລກ, ​ເປັນ​ພະຍານ​ຂອງ​ຍຸກ​ສະ​ໄໝ——“​ເລື່ອງລາວ​ຈີນ” ຂອງ​ສື່​ມວນ​ຊົນ​ພາສາ​ຈີນ”, ນອກຈາກ​ພິທີ​​ເປີດ ​ແລະ​ປິດ​ສາກ​ແລ້ວ ຍັງ​ຈະ​ມີສາຂາ​ເວທີ​ປຶກສາ​ຫາລື​ຍ່ອຍ ​ເຊິ່ງຈະ​ດຳ​ເນີນ​ການປຶກສາ​ຫາລືຫົວ​ຂໍ້​ຕ່າງໆ ​ເຊັ່ນ: “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກັບ​ສື່​ມວນ​ຊົນ​ພາສາ​ຈີນ​ຕ່າງປະ​ເທດ, ການ​ຫັນປ່ຽນ​ຮູບ​​ແບບການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ພາສາ​ຈີນ​ຕ່າງປະ​ເທດ, ການ​ພັດທະນາ​ທີ່​ເຊື່ອມ​ໂຍງ​ກັນ​ຂອງ​ສື່​ມວນ​ຊົນ ​ແລະ​ອື່ນໆ. ປັດຈຸບັນ​ນີ້, ວຽກ​ງານ​ກະກຽມ​ຂອງ​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ກຳລັງ​ດຳ​ເນີນ​​ໄປຢ່າງສະດວກ.

ຄຳ​ເຫັນ

0