莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິມ​ງານ​ການ​ແພດກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ເດີນ​ທາງ​ໄປ​ກອບ​ກູ້​ສຸກ​ເສີນ​ຢູ່​​ນະ​ຄອນຫຼວງ​ພະ​ບາງ

2019-08-20 16:12:56 cri

ຕາມ​ຂ່າວCRI: ວັນ​ທີ 20 ສິງ​ຫານີ້, ທິມ​ງານ​ການ​ແພດກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ທີ່​ກຳ​ລັງ​ຢູ່​ສ​ປ​ປ​ລາວ​ໃນ​ການ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​​ຫັດ​ແອບ​ຮ່ວມ​ທາງ​ການ​ແພດ​ເພື່ອ​ມະ​ນຸດ​ສະ​ທຳ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ2019” ໄດ້​ຂີ່​ຍົນ​ເຮ​ຣິ​ກົບ​ແຕ​ເດີນ​ທາງ​ໄປຫຼວງ​ພະ​ບາງ​ເພື່ອ​ເຂົ້າ​ຮ່ວມ​ການ​ກອບ​ກູ້​ຊ່ວຍ​ເຫຼືອ​ອຸ​ບັດ​ຕິ​ເຫດ​​ທາງ​ລົດ​ທີ່​ຮ້າຍ​ແຮງ. ທິມ​ງານ​ການ​ແພດ​ດັ່ງ​ກ່າວ​​ປະ​ກອບ​ມີທ່ານ​ໝໍ​ໃນ​ຫຼາຍ​ຂະ​ແໜງ​ການ​ເຊັ່ນ: ພະ​ແນກ​ຜ່າ​ຕັດ​ຫົວ​ໃຈ, ພະ​ແນກຫຼອດ​ເລືອດ​ຫົວ​ໃຈ, ພະ​​ຍາດ​ລະ​ບົບ​ທາງ​ເດີນ​ຫາຍ​ໃຈ​ຮ້າຍ​ແຮງ, ພະ​ແນກ​ກະ​ດູກ, ພະ​ແນກ​ຜ່າ​ຕັດ, ແລະ​ພະ​ແນກ​ປະ​ສາດ ເຊິ່ງ​ເປັນ​ຂະ​ແໜງ​ການ​ທີ່​ຈຳ​ເປັນ​ອັນ​ຮີບ​ດ່ວນໃນ​ການກອບ​ກູ້​ຄັ້ງ​ນີ້.

ເວ​ລາ 16:30 ຂອງ​ວັນ​ທີ 19 ສິງ​ຫານີ້, ລົດ​ບັດ​ທ່ອງ​ທ່ອງ​ທີ່​ບັນ​ທຸກ​ຊາວ​ຈີນ 44 ຄົນ ແລະ​ຄົນ​ລາວ 2 ຄົນ ໄດ້​ເກີດ​ອຸ​ບັດ​ຕິ​ເຫດ​ຢ່າງ​ຮ້າຍ​ແຮງ​ໃນ​ຈຸດ​ຫ່າງ​ຈາກ​​ນະ​ຄອນຫຼວງ​ພະ​ບາງ​ປະ​ມານ 40 ກິ​ໂລ​ແມັດ, ໄດ້​ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ, 31 ຄົນ​ບາດ​ເຈັບ, ໃນ​ນັ້ນ, ມີ 2 ຄົນ​ບາດ​ເຈັບ​ໜັກ, ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ພົ້ນ​​ຂີດ​ອັນ​ຕະ​ລາຍ.

ພາຍຫຼັງ​ເກີດ​ເຫດ​ດັ່ງ​ກ່າວ​ແລ້ວ, ສະ​ຖານ​ທູດ​ສ​ປ​ຈີນ​ປະ​ຈຳ​ສ​ປ​ປ​ລາວ ​ແລະ​ສະ​ຖານ​ກົງ​ສຸນຈີນ​ປະ​ຈຳຫຼວງ​ພະ​ບາງ​ໄດ້​​ເຂົ້າ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ. ທ່ານ​ລີ​ຈື້​ກົ່ງ, ກົງ​ສຸນ​ໃຫຍ່​​ຈີນ​ປະ​ຈຳນະ​ຄອນຫຼວງ​ພະ​ບາງ​ໄດ້​ນຳ​ພາ​ທິມ​ງານ​ຮັບ​ມື​ສຸກ​ເສີນ​ເດີນ​ທາງ​ໄປ​ສະ​ຖານ​ທີ່ເກີດ​ເຫດ​ທັນ​ທີ ໂດຍປະ​ສານ​ງານ​ກັບ​ທະ​ຫານ​ຕຳຫຼວດ​ຝ່າຍ​ລາວ​ແລະ​ກຳ​ລັງ​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ດຳ​ເນີນ​ງານ​ຢ່າງ​ເຄັ່ງ​ຮ້ອນ. ປັດ​ຈຸ​ບັນ, ສາ​ເຫດ​ເກີດ​ອຸ​ບັດ​ຕິ​ເຫດ​ຍັງ​ຢູ່​ໃນ​ໄລ​ຍະ​ການ​ສືບ​ສວນ​ສອບ​ສວນ​ຢູ່, ວຽກ​ງານ​ຊ່ວຍ​ເຫຼືອ​ພວມ​ດຳ​ເນີນ​ໄປຢ່າງ​ເຄັ່ງ​ຮ້ອນ.

圖片默認標題_fororder_微信圖片_20190820155108

ທິ​ມ​ງານ​ການ​ແພດ “ຂະ​ບວນ​ລົດ​ໄຟ​ສັນ​ຕິ​ພາບ 2019” ໄດ້ເດີນ​ທາງ​ໄປ​ເຖິງ​ສະ​ໜາມ​ບິນຫຼວງ​ພະ​ບາງ

ຄຳ​ເຫັນ

0