黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ເລື່ອງທີ່ສົມ​ເຫດ​ສົມ​ຜົນ​ທີ່ພົນລະ​ເມືອງ​ຈີນ​ຢູ່​ຕ່າງປະ​ເທດສະ​ແດງ​ຄວາມ​ຄຽດ​ແຄ້ນ ​ຕໍ່ກິລິຍາ​ວາຈາ​ຕ່າງໆ​ທີ່​ເຈຕະນາ​ແບ່ງ​ແຍກ​ປະ​ເທດຕົນ​

2019-08-20 10:42:32 CRI

​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່​ກາ​ນາ​ດາ, ອົສຕຣາລີ ​ແລະ​ປະ​ເທດ​ອື່ນໆ ​ໄດ້​ເກີດມີ​ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ສະໜັບສະໜູນ​ກຸ່ມ​ເດີນ​ຂະ​ບວນປະ​ທ້ວງ​ໃຊ້​ກຳລັງ​ຮຸນ​ແຮງຢູ່​ຮົງ​ກົງ​ກັບ​ຜູ້​ສະໜັບສະໜູນ​ເຈົ້າໜ້າ​ທີ່​ຕຳຫຼວດຮົງ​ກົງ. ຕໍ່​ເລື່ອງ​ນີ້, ທ່ານ​ເກິ​ງສວງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ສິງຫາ​ນີ້​ວ່າ: ພົນລະ​ເມືອງ​ຈີນ​ຢູ່​ຕ່າງປະ​ເທດ ລວມທັງນັກ​ສຶກສາ​ຈີນ​ທີ່​ໄປ​ສຶກສາ​ຕໍ່​ຢູ່​ຕ່າງປະ​ເທດ​ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ຂອງ​ຕົນ​​ແລະ​ຄັດຄ້ານຕໍ່​ກິລິຍາ​ວາຈາ​ຕ່າງໆ​ທີ່​​ເປັນ​ການ​ທຳລາຍ​ພາບ​ພົດ​ຂອງ​ຈີນ ​ແລະ​ມີເຈຕະນາ​ແບ່ງ​ແຍກ​ປະ​ເທດ​ຈີນ ​ເຊິ່ງ​ເປັນ​ເລື່ອງ​​ທີ່​ສົມ​ເຫດ​ສົມ​ຜົນ ​ແລະກໍ​ຖືກຕ້ອງຕາ​ມທຳນອງ​ຄອງ​ທຳ​ເຊັ່ນ​ກັນ.

ທ່ານ​ເກິ​ງສວງ ຍັງ​ກ່າວ​ຕື່ມ​ວ່າ: ​ໃນ​ຂະນະ​ດຽວ​ກັນ, ພວກ​ເຮົາ​ກໍ​ຫວັງ​​ໃຫ້​ພົນລະ​ເມືອງ​ຈີນ​ຢູ່​ຕ່າງປະ​ເທ​ດ​ສະ​ແດງ​ຄວາມ​ຮັກ​ຊາດ​ຂອງ​ຕົນ​ດ້ວຍ​ການ​ກະທຳ​ທີ່​ມີ​ສະຕິ ​ແລະ ​ເອົາ​ໃຈ​ໃສ່​ຕໍ່​ບັນຫາ​ຄວາມ​ປອດ​ໄພ. ​ແຕ່​ໃດໆ​ມາ, ລັດຖະບານ​ຈີນກໍ​ໄດ້​ຮຽກຮ້ອງ​ໃຫ້​ພົນລະ​ເມືອງ​ຈີນ​ຢູ່​ຕ່າງປະ​ເທດ​ຕ້ອງ​ເຄົາລົບ​ກົດໝາຍ​ແລະ​ກົດ​ລະບຽບ​ທ້ອງ​ຖິ່ນ. ​ແຕ່​ຂະນະ​ດຽວ​ກັນ, ພວກ​ເຮົາ​ກໍ​ຫວັງ​​ໃຫ້ປະ​ເທດ​ທີ່​ກ່ຽວຂ້ອງ​ຈົ່ງ​ເຄົາລົບ​ແລະ​ເຂົ້າ​ໃຈ​ຕໍ່​ການຈັດກິດຈະກຳ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພົນລະ​ເມືອງ​ຈີນ​, ຮັບປະກັນ​ແລະ​ປົກ​ປັກ​ຮັກສາສິດ​ແລະ​ຜົນ​ປະ​ໂຫຍດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພວກ​ເຂົາ​ເຈົ້າ.

ຄຳ​ເຫັນ

0