莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ທ່ອງ​ທ່ຽວ​ຈີນ​ເກີດ​ອຸ​ບັດ​ຕິ​ເຫດ​ທາງລົດ​ຢູ່​ສ​ປ​ປ​ລາວ, ຫຼາຍ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ

2019-08-20 11:11:11 cri

ເວ​ລາ 15:30 ຂອງ​ວັນ​ທີ 19 ສິງ​ຫານີ້, ລົດ​ບັດ​​ທີ່​ບັນທຸກນັກ​ທ່ອງ​ທ່ຽວ​ຈີນ 40 ກວ່າ​ຄົນ​ໄດ້​ເກີດ​ອຸ​ບັດ​ຕິ​ເຫດ​ຢ່າງ​ໜັກ​ໜ່ວງ​ໃນ​ເວ​ລາ​ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ໄປ​ຫຼວງ​ພະ​ບາງ, ເຫດ​ການ​ນີ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ. ເມື່ອ​ໄດ້​ຮັບ​ການ​ລາຍ​ງານ​ແລ້ວ, ສະ​ຖາ​ນ​ທູດ​ແລະ​ກົງ​ສຸນ​ຈີນ​ປະ​ຈຳ​ລາວ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​​ທັນ​ທີ.

ອຸ​ບັດ​ຕິ​ເຫດນີ້​ເກີດ​ຢູ່​ເສັ້ນ​ທາງ​ກ່ອນ​ຮອດ​ນະ​ຄອນຫຼວງ​ພະ​ບາງ​ປະ​ມານ 40 ​ກິ​ໂລ​ແມັດ. ຕາມ​ຂ່າວ​ທີ່​ມາ​ຈາກ​ຈຸດ​ເກີດ​ເຫດ, ໃນ​ລົດ​ດັ່ງ​ກ່າວ​ມີ​ທັງ​ໝົດ 46 ຄົນ, ໃນ​ນັ້ນ​ມີ​ຄົນ​ຈີນ 44 ຄົນ​ແລະ​ຄົນ​ລາວ 2 ຄົນ. ມາ​ຮອດ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 20 ສິງ​ຫານີ້, ຄົນ​ຈີນ​ 8 ຄົນ​ເສຍ​ຊີ​ວິດ, 29 ຄົນ​ຖືກ​ສົ່ງ​ໄປ​​ປິ່ນ​ປົວ​ຢູ່​ໂຮງ​ໝໍ, 1 ຄົນ​ຫາຍ​ສາບ​ສູນ, 6 ຄົນ​ຍັງ​ຕິດ​ຢູ່​ໃນ​ລົດ, ວຽກ​ງານ​ກອບ​ກູ້ຊ່ວຍ​ເຫຼືອ​ຍັງ​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຮ້ອນ. ​ພະ​ນັກ​ງານ​ບໍ​ລິ​ສັດ​ຈີນ​ທີ່​ຢູ່​ໃກ້​​ສະ​ຖານ​ທີ່​ເກີດ​ເຫດ​ເຊັ່ນ: ຫ້ອງ​ການ​ຜູ້​ຈັດ​ການ​ໂຄງ​ການເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຂອງ ​ບໍ​ລິ​ສັດ​ SINOHYDRO ເລກ 14 ຈຳ​ກັດໄດ້​ເຂົ້າ​ຮ່ວມ​​ກູ້​ໄພ.

    ປັດ​ຈຸ​ບັນ, ລາວ​ກຳ​ລັງ​ຢູ່​ໃນ​ລະ​ດູ​ຝົນ, ເສັ້ນ​ທາງ​ໃນ​ເຂດ​ພູ​ດອຍ​ບໍ່​ຄ່ອຍສະ​ດວກປານ​ໃດ. ສະ​ຖານ​ທູດ​ແລະ​ກົງ​ສຸນ​ຈີນ​ປ​ະ​ຈຳ​ລາວ​ເຕືອນ​ໃຫ້​ຊາວ​ຈີນ​ຢູ່​ລາວ​ຄວນເອົາ​ໃຈ​ໃສ່​ຄວາມ​ປອດ​ໄພ​ດ້ານ​ຄົມ​ມະ​ນາ​ຄົມ, ​ຄວນຫຼີກ​ລ່ຽງ​ການ​ເດີນ​ທາງ​ໃນ​ເຂດ​ພູ​ດອຍ​ຖ້າບໍ່​ຈຳ​ເປັນ, ກ່ອນ​ອອກ​ເດີນ​ທາງ​ຕ້ອງກວດ​ກາ​ສະ​ພາບ​​ເຕັກ​ນິກລົດ​ສາ​ກ່ອນ​ ແລ້ວ​ຈຶ່ງ​ອອກ​ເດີນ​ທາງ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

ຄຳ​ເຫັນ

0