ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 19 ສິງຫານີ້, ທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດໄດ້ສົ່ງສານໄປຍັງສະຫະພາບເອີຣົບ ໂດຍໄດ້ສະເໜີເງື່ອນໄຂເຈລະຈາກ່ຽວກັບສັນຍາ “ຖອນຕົວອອກຈາກສະຫະພາບເອີຣົບ” ສະບັບໃໝ່ຕໍ່ສະຫະພາບເອີຣົບ ເຊິ່ງແມ່ນທ່ານໂບຣິສ ຈອນສັນຕິດຕໍ່ພົວພັນກັບສະຫະພາບເອີຣົບຢ່າງເປັນເຈົ້າການເປັນຄັ້ງທຳອິດກ່ຽວກັບການ “ຖອນຕົວອອກຈາກສະຫະພາບເອີຣົບ” ພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດເປັນເວລາເກືອບໜຶ່ງເດືອນ.
ໃນສານທີ່ສົ່ງເຖິງທ່ານໂດໂນ ທັສ ປະທານສະພາມົນຕີເອີຣົບໄດ້ລະບຸວ່າ, ຄວາມບໍ່ພໍໃຈຂອງອັງກິດຕໍ່ສັນຍາ “ຖອນຕົວອອກຈາກສະຫະພາບເອີຣົບ” ສະບັບເກົ່າຕົ້ນຕໍແມ່ນສຸມໃສ່ “ແຜນສຳຮອງ” ກ່ຽວກັບບັນຫາຊາຍແດນອຽກລັງເໜືອ ເຊິ່ງຈະມີຄວາມສ່ຽງດ້ານອະທິປະໄຕທີ່ຄົບຖ້ວນຂອງອັງກິດ ແລະ “ບໍ່ເປັນປະຊາທິປະໄຕ”. ສັນຍາ “ຖອນຕົວອອກຈາກສະຫະພາບເອີຣົບ” ສະບັບໃໝ່ຕ້ອງຍົກເລີກ “ແຜນສຳຮອງ”. ທ່ານຈອນສັນຮຽກຮ້ອງໃຫ້ອັງກິດ ແລະ ສະຫະພາບເອີຣົບຊອກຫາແຜນການໃໝ່ທົດແທນທີ່ “ສອດຄ່ອງ ແລະ ສ້າງສັນ” ມາແກ້ໄຂບັນຫາຊາຍແດນອຽກລັງເໜືອທີ່ອາດຈະເກີດຂຶ້ນຍ້ອນການ “ຖອນຕົວອອກຈາກສະຫະພາບເອີຣົບ”.
ອີງຕາມສັນຍາ “ຖອນຕົວອອກຈາກສະຫະພາບເອີຣົບ” ທີ່ທ່ານນາງເທເຣຊາ ເມ ອະດີດນາຍົກລັດຖະມົນຕີອັງກິດຕົກລົງກັບສະຫະພາບເອີຣົບວ່າ, ຖ້າອັງກິດ ແລະ ສະຫະພາບເອີຣົບບໍ່ສາມາດບັນລຸແຜນການທີ່ດີກວ່າກ່ຽວກັບການຄ້າໃນເຂດອຽກລັງເໜືອ ໃນໄລຍະຂ້າມຜ່ານຂອງການ “ຖອນຕົວອອກຈາກສະຫະພາບເອີຣົບ”, ຈະຕ້ອງລິເລີ່ມນຳໃຊ້ “ແຜນສຳຮອງ” ພາຍຫຼັງໄລຍະຂ້າມຜ່ານສິ້ນສຸດລົງ.
ຄຳເຫັນ
0