蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຄວນ​ຍົກ​ເລີກ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ​ຈີນ​​ໃນ​ທັນ​ທີ

2019-08-20 15:42:29 CRI

ໃນ​ເວ​ລາ​ທ່ານ​ມາ​ສຽວກວາງ ໂຄ​ສົກ​ຫ້ອງ​ການ​​ວຽກ​ງານໄຕ້​ຫວັນ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ກຽມ​ຈະ​ຂາຍ​ເຮືອ​ບິນ​​ຮົບ F-16V ໃຫ້​ໄຕ້​ຫວັນ​ຈີນ, ທ່ານ​ກ່າວ​ວ່າ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ປະທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ອາ​ເມ​ຣິ​ກາ, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ, ໄດ້​ລະ​ເມີດຫຼັກ​ການ​ປະ​ເທດ​ຈີນ​ດຽວ ແລະ ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ໃນ​ຖະ​ແຫຼງການ​ຮ່ວມ 3 ສະ​ບັບ​ຈີນ-ອາ​ເມ​ຣິ​ກາ ພ້ອມ​ທັງ​ທຳ​ລາຍ​ການ​ພົວ​ພັນ​ຈີນ-ອາ​ເມ​​ຣິ​ກາ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ກໍ​ຄືສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ພວກ​ເຮົາ​ຄັດ​ຄ້ານ​​ຢ່າງ​ເດັດ​ດ່ຽວ​ຕໍ່​ເລື່ອງ​ນີ້. ອາ​ເມ​ຣິ​ກາ​ຄວນ​ຍົກ​ເລີກ​ແຜນ​ການ​ຂາຍ​ອາ​ວຸດ​ໃຫ້​ໄຕ້​ຫວັນ​ຈີນ​​ທັນ​ທີ ແລະ ຢຸດ​ຕິ​ການ​ສົ່ງ​ສັນ​ຍານ​​ທີ່ຜິດ​ພາດ​ຮ້າຍ​ແຮງ​ຕໍ່​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ. ອິດ​ທິ​ກຳ​ລັງ​ໃດ​ໆ​ລ້ວນ​ແຕ່​ບໍ່​ຄວນ​​ປະ​ໝາດ​ຄວາມ​ຕັດ​ສິນ​ໃຈ​ແລະ​ຄວາມ​ສາ​ມາດ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ.

ທ່ານ​ມາ​ສຽວ​ກ​ວ່າງ​ກ່າວ​ຕື່ມ​ວ່າ, ນາງ​ຊາຍ​ຢິງ​ເວີນ ແລະ ພັກ​ປະ​ຊາ​ປະ​ທິ​ໄຕ​ກ້າວ​ໜ້າ​ໄຕ້​ຫວັນ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​​ຊ່ອງ​ແຄບໄຕ້​ຫວັນ, ຕັ້ງ​ໃຈ​ເປັນ “ກອ​ງ​ຕະ​ລຸມບອນ” ຂອງ​ອາ​ເມ​ຣິ​ກາ, ​ໂດຍຍອມ​ຕັ້ງ​ໃຈ​ເປັນ “ລູກ​ໝາກ​ດ້າມ ໃຫ້ອາ​ເມ​ຣິ​ກາ, ​ເມື່ອ​ລູກ​ໝາກ​ດ້າມ​ໄຮ້​ຄ່າ ກໍ​ຈະ​ຖືກ​ທອດ​ຖິ້ມໃນ​ທີ່​ສຸດ ແລະ ​ຈະຖືກ​ບັນ​ທຶກ​ໄວ້​ໃນ​ປະ​ຫວັດ​ສາດ​ໃນ​ລັກ​ສະ​ນະ​ທີ່ອັບ​ອາຍ​ຂາຍ​ໜ້າ.

ຄຳ​ເຫັນ

0