吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບາດ​ຄ້ອນ​​ທາງ​ພາ​ສີ​ຈະ​ເຮັດ​ໃຫ້​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຊຸດ​ໂຊມ​ລົງ​ຮຸນ​ແຮງ​ກວ່າ​ເກົ່າ

2019-08-20 17:14:12 CRI

ຫວ່າງ​ກ່ອນນີ້​ບໍ່​ດົນ ຢູ່​ຕະຫຼາດ​ພັນ​ທະ​ບັດ​ອາ​ເມ​ຣິ​ກາ ໄດ້​ເກີດ​ມີ​ປາ​ກົດ​ການ​ຜິດ​ປົກ​ກະ​ຕິທີ່​ອັດ​ຕາ​ຜົນ​ຕອບ​ແທນ​ຂອງ​ພັນ​ທະ​ບັດ​ໄລ​ຍະ 10 ປີ​ຕ່ຳ​ກວ່າ​ໄລ​ຍະ 2 ປີ, ນັກ​ລົງ​ທຶນ​ເຫັນ​ວ່າ ນີ້​ແມ່ນ​ສັນ​ຍານ​ເຕືອນ​ໄພ​ທີ່​ສຳ​ຄັນ​​ທີ່​ຈະບົ່ງ​ບອກວ່າ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​​ກຳ​ລັງຈະ​ຊຸດ​ໂຊມ​ລົງ. ຕໍ່​ເລື່ອງນີ້, ທີ່​ປຶກ​ສາ​ທັງຫຼາຍ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ສຳ​ພາດ​ໃນຫຼາຍ​ລາຍ​ການ​ໃນ​ວັນ​ທີ 18 ສິງ​ຫານີ້ ເພື່ອ​ຊ່ວຍ​ກັນ​ປ່າວ​ຂ່າວ​ວ່າ “ບໍ່​​ເຫັນ​​ສັນ​ຍານວ່າ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຈະ​ຊຸດ​ໂຊມ​​ລົງ​ແຕ່​ຢ່າງ​ໃດ”. ແຕ່​ວ່າ​ຂໍ້​ມູນ​ທາງ​ເສດ​ຖະ​ກິດ​ຫຼ້າ​ສຸດ​ແລະ​ສຽງ​ຄັດ​ຄ້ານ​​ຕໍ່ການ​ຂຶ້ນ​ພາ​ສີ​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ວ່າ: ບາງ​ຄົນ​​ໃນອາ​ເມ​ຣິ​ກາ​​ໄດ້ນຳ​ໃຊ້​​ບາດຄ້ອນ​ທາງພາ​ສີນັ້ນ ໄດ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ເສດ​ຖະ​ກິດ​​ຈະຊຸດ​ໂຊມ​ລົງ​ຢ່າງ​ຮຸນ​ແຮງ​ກວ່າ​ເກົ່າ.

ໂດຍ​ທົ່ວ​ໄປ​ແລ້ວ, ​ພັນ​ທະ​ບັດ​ມີ​ໄລ​ຍະ​ແຮ່ງ​ຍາວ ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ແຮ່ງຫຼາຍ, ຖ້າ​ຫາກວ່າ​ອັດ​ຕາ​ຜົນຕອບ​ແທນ​ຂອງ​ພັນ​ທະ​ບັດ​ໄລ​ຍະ​ຍາວ​ພັດ​ຕ່ຳ​ກວ່າ​ໄລ​ຍະ​ສັ້ນ ກໍ​ຖື​ວ່າ: ເສັ້ນ​​ປາ​ລາ​ໂບນ​ຂອງ​ອັດ​ຕາ​​ຜົນຕອບ​ແທນ “ປິ້ນ​​ກັບກັນ”  ເຊິ່ງ​ເປັນ​ສັນ​ຍານ​ບົ່ງ​ບອກ​ວ່າ ເສດ​ຖະ​ກິດ​​ກຳ​ລັງຈະ​ຊຸດ​ໂຊມ​ລົງ​​ໃນ​ອີກ 12 ເດືອນ​ຕໍ່​ໜ້າ. ໃນ​ຮອບ 50 ປີ​ຜ່ານ​ມາ, ກ່ອນ​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຈະຊຸດ​ໂຊມ​ລົງ​ທຸກ​ເທື່ອ ລ້ວນ​ແຕ່​ເຄີຍ​ເກີດ​ມີ​ປາ​ກົດ​ການ​ທີ່​ອັດ​ຕາ​​ຜົນຕອບ​ແທນ​ຂອງ​ພັນ​ທະ​ບັດ “ປິ້ນ​​ກັບກັນ”. ນັບ​ແຕ່​ຕົ້ນ​ປີນີ້​ເປັນ​ຕົ້ນ​ມາ, ຢູ່​ອາ​ເມ​ຣິ​ກາ​ໄດ້​ເກີດ​ປາ​ກົດ​ການ​ທີ່​ຜິດ​ປົກ​ກະ​ຕິ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວຫຼາຍ​ເທື່ອ, ໂດຍ​ສະ​ເພາະ​ແມ່ນ​ວັນ​ທີ 14 ສິງ​ຫາ​ຜ່ານ​ມາ, ອັດ​ຕາ​​ຜົນຕອບ​ແທນ​ຂອງ​ພັນ​ທະ​ບັດ​ໄລ​ຍະ 10 ​ປີໄດ້​ຕ່ຳ​ກວ່າ​ໄລ​ຍະ 2 ປີ​ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ປີ 2007 ເປັນ​ຕົ້ນ​ມາ, ຈຶ່ງ​ເຮັດ​ໃຫ້​ນັກ​ລົງ​ທຶນ​​ເກີດ​ຄວາມຮູ້​ສຶກ​ສະ​ທ້ານ​ຢ້ານ​ກົວ, 3 ດັດ​ຊະ​ນີ​ຫຸ້ນ​ຂອງ​ອາ​ເມ​ຣິ​ກາ​ໄດ້ຫຼຸດ​ລົງ​ປະ​ມານ 3% ໃນ​ມື້​ດັ່ງ​ກ່າວ. ທ່ານ ນີ​ໂກ​ລັ​ສ ອາ​ກິ​ນ​ສ໌ CEO ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​ອາ​ເມ​ຣິ​ກາ​ກ່າວ​ວ່າ: “ນີ້​ເກືອບ​ເປັນ​ສັນ​ຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ເສດ​ຖະ​ກິດ​ກຳ​ລັງ​ຈະ​ຊຸດ​ໂຊມ​ລົງ ເຊິ່ງ​ຄື​​ກັນ​ກັບ​ປຶ້ມ​ແບບ​ຮຽນ​ທີ່​ບັນ​ທຶກ​ໄວ້.” ທ່ານ ຣີ​ຊາດ ເບີນ​ສະ​ຕານ ຜູ້ກໍ່​ຕັ້ງ​ບໍ​ລິ​ສັດ​ໃຫ້​ຄຳ​ປຶກ​ສາ​ໄດ້ຊີ້​ໃຫ້​ເຫັນ​ວ່າ: ການ​ທີ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ເຕີບ​ໂຕ​ຊ້າ​ລົງ​ນັ້ນ ອາດ​ຈະ​ໜັກ​ໜ່ວງກວ່າ​​ການ​ຄາດ​ຄະ​ເນ​ຂອງຫຼາຍໆ.

ການ​ເຕືອນ​ໄພ​ເຫຼົ່າ​ນີ້​ບໍ່​ແມ່ນ​ຄວາມ​ເວົ້າ​​ເກີນ​ຄວາມ​ເປັນ​ຈິງ, ​ເພາະວ່າ​ມີ​ຂໍ້​ມູນ​ສະຖິຕິ​ດ້ານ​ເສດຖະກິດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ເສດຖະກິດ​ອາ​ເມຣິກາ​ໄດ້​ເຂົ້າ​ສູ່​ສະພາບ​ຂາ​ລົງ ​ແລະ​ມີ​ທ່າ​ອ່ຽງຊຸດ​ໂຊມ​ນັບ​ມື້​ນັບ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.

​ເບິ່ງ​ຕາມ​ຈັງ​ຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແລ້ວ​​ເຫັນ​ວ່າ: ຈັງຫວະ​ການ​ເຕີບ​ໂຕ​ຂອງລວມຍອດ​ຜະລິດຕະພັນ​ພາຍ​ໃນ​ ຫຼື GDP ​ຂອງ​ອາ​ເມຣິກາໃນ​ໄຕ​ມາດ​ 1 ປີ 2019 ​ແມ່ນ 3,1%, ​ແຕ່ໃນ​​ໄຕ​ມາດ 2 ​ຫຼຸດ​ລົງ​ຍັງ​ເຫຼືອ 2,1% ແລະ​ຄາດ​ວ່າ​ຈະ​ຫຼຸດລົງ​ອີກ​ຍັງ​ເຫຼືອ​ພຽງ 1,5% ​ໃນ​ໄຕ​ມາດ​ 3. ທະນາຄານ​ກາງ​ອາ​ເມຣິກາ​ໄດ້​ຄາດ​ຄະ​ເນ​ວ່າ: ຈັງຫວະ​ການ​ເຕີບ​ໂຕ​ຂອງ GDP ອາ​ເມຣິກາ​ໃນ​ປີ 2019 ຈະ​ບັນລຸ 2,1% ​ແລະ​ຈະ​ບັນລຸ 2,0% ​ໃນ​ປີ 2020, ຕ່ຳ​ກວ່າ 2,9% ​ທີ່​ບັນລຸ​ໄດ້ໃນ​ປີ 2018 ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ທ່າ​ອ່ຽງດ້ານ​ເສດຖະກິດ​ຫຼຸດ​ລົງ.

​​ເພື່ອເບິ່ງ​ການ​ສົ່ງ​ອອກ​ນຳ​ເຂົ້າ, ກະຊວງ​ການ​ຄ້າ​ອາ​ເມຣິກາ​ໄດ້​ເປີ​ດ​ເຜີຍ​ຂໍ້​ມູນ​ສະຖິຕິ​ວ່າ: ​ໃນ 6 ​ເດືອນ​ຕົ້ນ​ປີນີ້, ມູນ​ຄ່າ​ການ​ສົ່ງ​ອອກ​ນຳ​ເຂົ້າຂອງ​ອາ​ເມຣິກາ​ໄດ້​ຫຼຸດ​ລົງ 0,2% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງປີ 2018, ​ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ຫຼຸດ​ລົງ 1%. ການ​ປະກອບສ່ວນຕໍ່ GDP ​ຂອງ​ການ​ສົ່ງ​ອອກ​ຂອງ​ອາ​ເມຣິກາ​ໃນ​ໄຕ​ມາ​ດ 2 ແມ່ນ -0,6%. ຂະນະ​ດຽວ​ກັນ, ​ໃນ​ເດືອນ​ກໍລະກົດ​ຜ່ານ​ມານີ້, ດັດ​ສະ​ນີຜູ້​ຈັດການ​ຝ່າຍຈັດ​ຊື້​ຂອງ IHS Markit ​ອາ​ເມຣິກາ ​ໄດ້​ຫຼຸດ​ເຖິງ​ຈຸດ​ຕ່ຳ​ສຸດ​ນັບ​ແຕ່​ເດືອນ​ກັນຍາ​ປີ 2009 ​ເປັນ​ຕົ້ນ​ມາ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຂະ​ແໜງການ​ຜະລິດ​ຂອງ​ອາ​ເມຣິກາ​ໄດ້​ເຂົ້າສູ່​ໄລຍະ​ຊຸດ​ໂຊມ​ຮ້າຍ​ແຮງທີ່​ສຸດນັບ​ແຕ່​ປີ​ໃນ​ປີ 2009 ​ເປັນ​ຕົ້ນ​ມາ ​​ເຊິ່ງຂະ​ແໜງ​ການ​ຜະລິດ​ສິນຄ້າ​ພວມ​ກາຍ​ເປັນ​ພາລະ​ແບກ​ຫາບ​​ອັນ​ໃຫຍ່​ຫຼວງ​ຕໍ່​ເສດຖະກິດ​ໃນ​ໄຕ​ມາດ​ 3.

ພາຍໃຕ້​ສະ​ພາບ​ການ​ດັ່ງ​ກ່າວ, ຖ້າອາ​ເມ​ຣິ​ກາ​ເກັບ​ພາ​ສີ​​ສິນ​ຄ້າ​​ທີ່​ຈີນສົ່ງ​ເຂົ້າ​ອາ​ເມ​​ຣິ​ກາໃນ​ມູນ​ຄ່າ 300 ຕື້​ໂດ​ລາ​ສະ​ຫະ​ລັດ​ທີ່​ສ່ວນຫຼາຍ​ແມ່ນ​ເຄື່ອງ​ບໍ​ລິ​ໂພກ, ກໍ່​ຈະ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​​ໃນອາ​ເມ​ຣິ​ກາ​ແພງ​ຂຶ້ນ​ແນ່ນອນ, ການ​ຄາດ​ຄະ​ເນ​ດ້ານ​ຜົນ​ກຳ​ໄລ​ຂອງວິ​ສາ​ຫະ​ກິດກໍ່​ຈະ​ຫຼຸດ​ລົງ, ນັກ​ທຸ​ລະ​ກິດ​ການ​ນຳ​ເຂົ້າ​ສິນ​ຄ້າ​ແລະ​ຜູ້​ບໍ​ລິ​ໂພກ​ຊາວ​ອາ​ເມ​ລິ​ກາ​ຈະ​ຕ້ອງ​​ແບກຫາບ​ຕົ້ນ​ທຶນ​ເກືອບ​ທັງ​ໝົດ, ແລະ​ຈະ​​ເຮັດ​ໃຫ້​ຄວາມ​ສ່ຽງດ້ານ​​ເສດ​ຖະ​ກິດ​ຂອງ​ອາ​ເມ​ຣິ​ກາຊຸດ​ໂຊມ​ລົງ​ຢ່າງ​ຮ້າຍ​ແຮງ.

ສົງ​ຄາມ​ການ​ຄ້າ​ຈະ​ບໍ່​ມີ​ຜູ້​ໄດ້​ປຽບ, ນີ້​ແມ່ນ​ສັດ​ຈະທຳ​ທີ່​ໄດ້​ຮັບ​ການ​ພິ​ສູດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຈາກ​ໄລ​ຍະ​ປະ​ຫວັດ​ສາດ​ແລະ​​ຈາກ​ຄວາມ​ເປັນ​ຈິງ. ປັດ​ຈຸ​ບັນ, ທຸກ​ຂະ​ແໜງ​ການ​ຂອງ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ສຳ​ຜັດ​ກັບ​ຄວາມ​ເຈັບ​ປວດ​ຍ້ອນ​ການ​​ຂຶ້ນ​ພາ​ສີ, ຫາງ​ສຽງ​ທີ່​ຄັດ​ຄ້ານ​ການ​ຂຶ້ນ​ພາ​ສີ​ກຳ​ລັງ​ດັງ​​ແຮງຂຶ້ນ​ເລື້ອຍໆ. ຫວ່າງມໍ່​ໆ​ມານີ້, ທ່ານ​ຕິມ​ຄູກ CEOບໍ​ລິ​ສັດ​Appleກໍ່​ເຕືອນ​ວ່າ​ການຂຶ້ນ​ພາ​ສີ​ຈະ​ທຳ​ລາຍ​ກຳ​ລັງ​​ແຂ່ງ​ຂັນຂອງ​ຜ​ະ​ລິດ​ຕະ​ພັນ​ຂອງ​ຕົນ. ​ແຕ່​ວ່າ, ອາ​ເມ​ຣິ​ກາ​ມີ​ຄົນ​ຈຳ​ນວນ​ໜຶ່ງ​ເບິ່ງ​ຂ້າມ​ຕົວ​ເລກເສດ​ຖະ​ກິດຫຼ້າ​ສຸດ, ​ປິດ​ຫູປິດ​ຕາບໍ່​ຟັງຫາງ​ສຽງ​ຄັດ​ຄ້ານ​ຕໍ່ການ​ຂຶ້ນ​ພາ​ສີ, ​ຊ້ຳ​ບໍ່​ໜຳ​ຍັງ​ໃຊ້ຄາ​ລົມ​ຄົມ​ຄາຍ​ເພື່ອ​ແກ້​ຕົວ, ນີ້​ກໍ່​ຊ່ຳ​ກັບ​ວ່າ​ປິດ​ຫູ​ລັກ​ກະ​​ດິ່ງ, ​ແລະບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຍັງ​ເລີຍ​ຕໍ່​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ.

ສະ​ນັ້ນ​ຈຶ່ງ​ຂໍ​ຮຽກ​ຮ້ອງ​ໃຫ້​ຄົນ​ອາ​ເມ​ຣິ​ກາ​ເຫຼົ່າ​ນີ້​ເຄົາ​ລົບ​ກົດ​ເກດ​ພື້ນ​ຖານ​ດ້ານ​ເສດ​ຖະ​ກິດ, ງ່ຽງ​ຫູ​ຮັບ​ຟັງ​ຫາງ​ສຽງ​ຄັດ​ຄ້ານ​​ຕໍ່ການ​ຂຶ້ນ​ພາ​ສີ​​ຂອງ​ຄົນພາຍ​ໃນ​ປະ​ເທດ​ຕົນ, ​ກ້າ​ຜະ​ເຊີນ​ໜ້າ​ກັບ​ຜົນ​ສະ​ທ້ອນ​ອັນ​ຮ້າຍ​ແຮງ​ທີ່​ຈະ​​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຍ້ອນ​ການ​​ຂຶ້ນ​ພາ​ສີ, ​ແລ້ວກັບ​ຄືນ​ສູ່​​ທິດ​ທາງ​ແກ້​ໄຂ​ບັນ​ຫາ​ຢ່າງ​ຖືກ​ຕ້ອງ.

ຄຳ​ເຫັນ

0