尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CRI ປະຈຳລາວ ຈັດພິທີມອບລາງວັນການແຂ່ງຂັນຮູບເງົາສາລະຄະດີ-ຮູບເງົາສັ້ນ

2019-08-20 12:30:52 cri

圖片默認標題_fororder_webwxgetmsgimg (2)

ຕາມຂ່າວ CRI: ພິທີມອບລາງວັນການແຂ່ງຂັນຮູບເງົາສາລະຄະດີ-ຮູບເງົາສັ້ນພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະຂ້ອຍ” ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2019 ນີ້, ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຫົງຈ່ຽງ ຫົວໜ້າພະແນກການເມືອງສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສປປ ລາວ, ມີບັນດາຜູ້ເຂົ້າແຂ່ງ ພ້ອມດ້ວຍພາກສ່ວນກ່ຽວທີ່ຂ້ອງເຂົ້າຮ່ວມ.

ການຈັດງານແຂ່ງຂັນຮູບເງົາສາລະຄະດີ-ຮູບເງົາສັ້ນ ໃນຄັ້ງນີ້ CRI ປະຈຳລາວ ຮ່ວມກັບ ກົມຮູບເງົາ ກະຊວງ ຖວທ ສປປ ລາວ ເປັນເຈົ້າພາບ ພາຍໃຕ້ການຊີ້ນຳຂອງສະຖານທູດຈີນປະຈຳ ລາວ ແລະກະຊວງ ຖວທ ສປປ ລາວ ໂດຍມີຈຸດປະສົງເພື່ອເພີ່ມທະວີການແລກປ່ຽນທາງດ້ານວັດທະນະທຳກໍ່ຄືການເພີ່ມທະວີຄວາມສາມັກຄີສ້າງໄມຕີຈິດມິດຕະພາບລະຫວ່າງສອງປະເທດລາວ-ຈີນ.

ການແຂ່ງຂັນຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈ ແລະຄວາມນິຍົມຊົມຊອບຈາກມວນຊົນທົ່ວປະເທດລາວ ໂດຍໄດ້ຮັບຮູບເງົາສາລະຄະດີ-ຮູບເງົາສັ້ນເກືອບ 30 ເລື່ອງທີ່ສົ່ງເຂົ້າປະກວດ, ລວມທັງຂົງເຂດວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ກິລາ ແລະອື່ນໆ.

圖片默認標題_fororder_webwxgetmsgimg (1)
ໂອກາດນີ້, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ໄດ້ມີຄວາມເຫັນວ່າ: ການແຂ່ງຂັນໃນຄັ້ງນີ້ ມີຄວາມໝາຍ ແລະຄວາມສຳຄັນໃນການສ້າງຂະບວນການສະເຫຼີມສະຫຼອງປີທ່ອງທ່ຽວລາວ-ຈີນກໍ່ ຄືການສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງປະເທດຜ່ານຊ່ອງທາງຮູບເງົາ, ທັງເປັນການສ້າງເວທີໃຫ້ແກ່ນັກສ້າງຮູບເງົາລາວໄດ້ມີໂອກາດສະແດງຄວາມສາມາດ ແລະຜົນງານອອກສູ່ສາຍຕາສັງຄົມ ແລະຍັງເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະສົ່ງເສີມການຜະລິດຮູບເງົາໃນ ສປປ ລາວ ອີກດ້ວຍ.

圖片默認標題_fororder_webwxgetmsgimg (3)
ທ.ກາຊົງ ຜູ້ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນຄັ້ງນີ້ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRIວ່າ: ຕົນຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ບັນທຶກ ແລະນຳສະເໜີມິດຕະພາບລະຫວ່າງສອງປະເທດລາວ-ຈີນຜ່ານທາງວິດີໂອ. ໃນຖານະທີ່ເປັນຜູ້ມັກຮັກໃນການຖ່າຍທຳ, ຕົນຈະສືບຕໍ່ເຂົ້າຮ່ວມກິດຈະກຳ ແລະສ້າງຜົນງານທີ່ໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບລາວ-ຈີນໃນອະນາຄົດ.

ນອກຈາກການແຂ່ງຂັນຮູບເງົາແລ້ວ, CRI ປະຈໍາລາວ ແລະກົມຮູບເງົາ ກະຊວງ ຖວທຍັງຈະໄດ້ຈັດຊຸດເຝິກອົບຮົມໃຫ້ແກ່ບັນດາຜູ້ເຂົ້າແຂ່ງ ເຊິ່ງອົບຮົມໂດຍນັກສ້າງຮູບເງົາ ແລະຜູ້ກຳກັບຮູບເງົາທີ່ມີຊື່ສຽງຂອງລາວ. ນອກຈາກນີ້ CRI ປະຈໍາລາວ ແລະ ກົມຮູບເງົາ ຍັງຈະເຊີນຜູ້ຊະນະການແຂ່ງຂັນໃນຄັ້ງນີ້ ມາຖ່າຍທຳລາຍການພິເສດ ເພື່ອເປັນການສົ່ງເສີມບຸກຄະລາກອນທາງດ້ານຮູບເງົາຂອງລາວ.

 

ຄຳ​ເຫັນ

0