莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດມູນ​ຄ່າ​ສິນ​ຄ້າຂາ​ເຂົ້າ​ຂາ​ອອກ​ຂອງ​ປັກ​ກິ່ງ​ກວມ 1% ຂອງ​ທົ່ວ​ໂລກ

2019-08-20 14:51:55 cri

ຕາມ​ຂໍ້​ມູນຫຼ້າ​ສຸດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 19 ສິງ​ຫານີ້​ສະ​ ແດງ​ໃຫ້​ເຫັນ​ວ່າ: ອຸດ​ສາ​ຫະ​ກຳ​ທີ 3 ຫຼື​ຂະ​ແໜງ​ການ​ບໍ​ລິ​ການຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​​ໄດ້​ປະ​ກອບ​​ສ່ວນ​ຕໍ່​ການ​ເຕີບ​ໂຕດ້ານ​ເສດ​ຖະ​ກິດຫຼາຍກວ່າ 80%, ​ການ​ເຕີບ​ໂຕ​ດ້ານການ​ບໍ​ລິ​ໂພກ​ຂອງ​ຊາວ​ເມືອງ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ໄດ້ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ, ຍອດ​ມູນ​ຄ່າ​​ສິນ​ຄ້າ​ຂາ​ເຂົ້າ​ຂາ​ອອກກວມຫຼາຍ​ກວ່າ 1% ຂອງ​ທົ່ວ​ໂລກ.

ປີ2018, ຍອດ​ມູນ​ຄ່າ​ການ​ຜະ​ລິດ​ໃນ​​ຂອບ​ເຂດ​ທົ່ວ​ນະ​ຄອນຫຼວງ​ປັກ​ກິ່ງ​​ບັນ​ລຸຫຼາຍກວ່າ 3 ພັນ​ຕື້ຢວນ, ​ບັນ​ລຸເກືອບ 700 ເທົ່າ​ເມື່ອ​ທຽບ​ໃສ່​ປີ 1952. ທ່ານ​ນາງ​ເຜີງ​ຈ່ຽງ​ຊ້ຽນ ຮອງ​ຫົວ​ໜ້າ​​ອົງ​ການ​ສະ​ຖິ​ຕິ​ນະ​ຄອນຫຼວງ​ປັກ​ກິ່ງ​ແຈ້ງ​ໃຫ້​ຮູ້ວ່າ, ໃນ​ຂະ​ນະ​ທີ່ກຳ​ລັງແຮງດ້ານ​ເສດ​ຖະ​ກິດ​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ​ນັ້ນ, ປະ​ສິດ​ທິ​ພາບ​ຄຸນ​ນະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປັກ​ກິ່ງກໍ່​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ອົງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດຢັ້ງ.

ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ການ​ປະ​ກອບ​ສ່ວນ​ຂອງ​ອຸດ​ສາ​ຫະ​ກຳ​ທີ 3 ​ຕໍ່​ເສດ​ຖະ​ກິດຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ປີ 2018 ໄດ້​ບັນ​ລຸ​ເຖິງ 81%, ​ເມື່ອທຽບ​ກັບ​ປີ 1949 ໄດ້​​ເພິ່ມຂຶ້ນ 40,9%, ການປະ​ກອບ​ສ່ວນ​ຂອງ​ຂະ​ແໜງ​ການ​ດັ່ງ​ກ່າວ​ເຂົ້າ​ໃນ​ການ​ເຕີບ​ໂຕ​​ດ້ານເສດ​ຖະ​ກິດ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​ບັນ​ລຸ​ຫຼາຍກວ່າ80%, ກາຍ​ເປັນ​ປັດ​ໃຈສຳ​ຄັນ​ທີ່​ສຸດ​ຂອງ​ເສດ​ຖະ​ກິດ​ທົ່ວ​ນະ​ຄອນຫຼວງ​ປັກ​ກິ່ງ.

ຄຳ​ເຫັນ

0