吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ໄປ​ຢ້ຽມຢາມ​ເຮັດ​ວຽກຢູ່​ແຂວງ​ກ່ານ​ຊູ້

2019-08-20 17:12:18 CRI

ວັນ​ທີ 19 ສິງຫາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິການ​ໃຫຍ່ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​​ເດີນທາງໄປ​​ເຮັດ​ວຽກ​ຢູ່​ແຂວງ​ກ່ານ​ຊູ້. ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ໄດ້​​ໄປ​​ເຖິງ​ຖ້ຳ​ມົ້ວ​ກ່າວ​ ​ເຊິ່ງ​ເປັນ​ສະຖານ​ທີ່ອະນຸລັກ​ວັດຖຸບູຮານ​ທີ່​ສຳຄັນ​ລະດັບ​ຊາດ​ຢູ່​ເມືອງ​ຕຸ່ນ​ຮວງ ​ເພື່ອ​ຢ້ຽມຢາມ ​ແລະ​ຮັບ​ຟັງ​ການ​ລາຍ​ງານ​ການ​ອະນຸລັກ ​ແລະ​ການ​ຄົ້ນຄວ້າວັດ​ຖຸບູຮານ, ການ​ເຊີດ​ຊູວັດທະນະທຳ​ປະຫວັດສາດ​ທີ່​ດີ​ງາມຂອງ​ຈີນ ​ແລະ​ອື່ນໆ.

​ໃນ​ຖານະ​ເປັນ​ມໍ​ລະ​ດົກ​ວັດທະນະທຳ​ຂອງ​ໂລກ, ຖ້ຳ​ມົ້ວ​ກ່າວ​​ເປັນຮ່ອງຮອຍ​ສະຖານ​ທີ່​ມໍ​ລະ​ດົກ​ວັດ​ຫີນທາງພຸດທະ​ສາສະໜາ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ທີ່​ປະກອບ​ດ້ວຍ​ສິ່ງ​ກໍ່ສ້າງ, ຮູບ​ປັ້ນ​ສີ ​ແລະ​ຮູບ​​​ແຕ້ມ​​ຝາ​ຜະໜັງ ​​ເຊິ່ງ​ເປັນ​ໝາກຜົນ​ຂອງ​ການ​ປະສົມປະສານລະຫວ່າງ​ວັດທະນະທຳ​ຕ່າງໆ ​ກໍ​ຄື​ການ​ຖອດ​ຖອນ​ບົດຮຽນ​ຂອງອະລິຍະ​ທຳ​ຕາມເສັ້ນທາງ​ສາຍ​ໄໝ​ບູຮານ.

ພາຍຫຼັງ​ໄດ້ຢ້ຽມຢາມ​ຖ້ຳ​ມົ້ວ​ກ່າວ​​​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ສືບ​ຕໍ່​ເດີນທາງ​​ໄປ​ສະຖາບັນ​ຄົ້ນຄວ້າຕຸ່ນ​ຮວງ, ​ເພື່ອ​ຢ້ຽມຢາມ​ວັດຖຸບູຮານ ​ແລະໝາກຜົນ​ແຫ່ງ​ການ​ຄົ້ນຄວ້າດ້ານ​ວິຊາ​ການ, ຈັດການ​ພົບ​ປະ​ໂອ້​ລົມ​ກັບ​ຜູ້​ຊ່ຽວຊານ, ນັກວິຊາ​ການ ​ແລະ​ຜູ້ຕາງໜ້າຂະ​ແໜງ​ການ​ວັດທະນະທຳ​ທີ່​ກ່ຽວຂ້ອງ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ: ຕ້ອງ​ສະໜັບສະໜູນ ​ແລະ​ຊ່ວຍ​ເຫຼືອ​ການ​ສືບ​ທອດ ​ແລະ​​ເຊີດ​ຊູວັດທະນະທຳ​ອັນ​ເປັນ​​ມູນ​ເຊື້ອ​ທີ່​ດີງາມ ​ເພື່ອ​ອະນຸລັກຮັກສາ​ວັດທະນາ​ທຳ​ທີ່​ດີ​ງາມ​ຍອດ​ຢ້ຽມຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິ​ງຍັງ​ໄດ້​ຊຸກຍູ້​ໃຫ້​ພະນັກງານ​ວັດທະນະທຳ​​ເລົ່າ​ເລື່ອງລາວ​ຕຸ່ນ​ຮວງຢ່າງ​ຈັບ​ອົກ​ຈັບ​ໃຈ​ເປັນ​ຢ່າງ​ດີ, ​ໂຄສະນາ​ຄວາມ​ເປັນ​ຈີນ​ກໍ​ຄື​ໃຫ້​ບໍລິການ​ແກ່ກາ​ນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”.

ຄຳ​ເຫັນ

0