覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ່ງທຳ​ອິດ​ຂອງ​​ສ​ປ​ຈີນ: ທໍ່​ເຫຼັກ​ບໍ່​ມີ​ຮອຍຕໍ່

2019-09-05 14:48:37 cri

圖片默認標題_fororder_shglsfnlsfjlsfssfsjfke1

 

ແນະ​ນຳສິ່ງ​ທຳ​ອິດ​ຂອງ​ສ​ປ ຈີນ ເພື່ອ​ພາ​ທ່ານ​ຮັບ​ຮູ້​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ ສ​ປ ຈີນ​ຕະຫຼອດ​ໄລ​ຍະ 70 ປີ​ຜ່ານ​ມາ. ​ຄຳ​ສັບ​ຕົ້ນ​ຕໍ​ສຳ​ລັບ​ມື້​ນີ້​ແມ່ນ ທໍ່​ເຫຼັກ​ບໍ່​ມີ​ຮອຍ​ຕໍ່.
 

圖片默認標題_fororder_shglsfnlsfjlsfssfsjfke2

 

   ທໍ່​ເຫຼັກ​ບໍ່​ມີ​ຮອຍ​ຕໍ່ ຖື​​ກຂະ​ໜານ​ນາມວ່າ​ເປັນ ຫຼອດ​ເລືອດ ຂອງ​ອຸດ​ສາ​ຫະ​ກຳ, ເປັນ​ວັດ​ຖຸ​ດິບ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ຂອງ​ຊາດ​ແລະ​​ການ​ກໍ່​ສ້າງ​ດ້ານການ​ປ້ອງ​ກັນ​ປະ​ເທດ. ໃນ​ເວ​ລາ​ທີ່​ສ​ປ​ຈີນ​ຫາ​ກໍ່​ສະ​ຖາ​ປະ​ນາ​ຂຶ້ນ​ໃໝ່, ທໍ່​ເຫຼັກ​ບໍ່​ມີ​ຮອຍ​​ຕໍ່​ຂອງ​ຈີນ​​ຕ້ອງ​ອາ​ໄສ​ແຕ່​ການ​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ​ເທົ່າ​ນັ້ນ.​ເມື່ອ​ຮອດວັນ​ທີ 27 ຕຸ​ລາ​ປີ 1953, ຖື​ວ່າ​ໃຊ້​ເວ​ລາ​ພຽງ 1 ປີ​ກັບ 3 ເດືອນ, ຈີນ​ກໍ​ສາ​ມາດ​ສ້າງ​ໂຮງ​ງານ​ຜະ​ລິດ​ທໍ່​ເຫຼັກ​ບໍ່​ມີ​ຮອຍ​ຕໍ່​ອ່ານ​ກ່າງ​ໃຫ້​ສຳ​ເລັດ​ໂດຍ​ສາ​ມາດ​ຜະ​ລິດ​ທໍ່​ເຫຼັກ​ບໍ່​ມີ​ຮອຍ​​ຕໍ່​ທໍ່​ທຳ​ອິດ​ຂອງ​ສ​ປ​ຈີນ.
 

圖片默認標題_fororder_shglsfnlsfjlsfssfsjfke3
 

ຕໍ່​ມາ, ອຸດ​ສ​າ​ຫະ​ກຳ​ເຫຼັກ​ກ້າ​ຂອງ​ຈີນ​ກໍ​ໄດ້​ພັດ​ທະ​ນາ​​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ. ​ໃນປີ 1963,  ແຜ່ນ​ເຫຼັກ​ກໍ່​ສ້າງ​ຂົວbridge plate​ທີ່​ມີ​ຄວາມ​ທົນ​ທານ​ສູງ​ແຜ່ນ​ທຳ​ອິດ​ຂອງ​ສ​ປ ຈີນ​ໄດ້​ຜະ​ລິດ​ອອກ​​ມາ​ສູ່​ສັງ​ຄົມຢ່າງ​ສຳ​ເລັດ​ຜົນ; ປີ 1996, ປະ​ລິ​ມານ​ການ​ຜະ​ລິດ​ເຫຼັກ​ກ້າ​ຂອງ​ຈີນ​ໄດ້​ບັນ​ລຸຫຼາຍກວ່າ 100 ລ້ານ​ໂຕນ ກາຍ​ເປັນ​ປະ​ເທດ​ທີ່​ຜະ​ລິດ​ເຫຼັກ​ກ້າຫຼາຍ​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ; ປີ2018,​ປະ​ລິ​ມານ​ການ​ຜະ​ລິດເຫຼັກ​ກ້າ​ດິບ​ຕໍ່​ປີ ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 928,26 ລ້ານ​ໂຕນ,ກວມ​ເຄິ່ງ​ໜຶ່ງ​ຂອງຍອດ​ປະ​ລິ​ມານ​ການ​ຜະ​ລິດ​ເຫຼັກ​ກ້າ​ຂອງ​ໂລກ. ອຸດ​ສາ​ຫະ​ກຳ​ເຫຼັກ​ກ້າ​ໄດ້​ປະ​ກອບ​ສ່ວນຢ່າງ​ໃຫຍ່ຫຼວງ​ທີ່​ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສະ​ຫະ​ກຳ​ການ​ຜະ​ລິດ​ຂອງ​ຈີນ.

 

圖片默認標題_fororder_shglsfnlsfjlsfssfsjfke5

ຄຳ​ເຫັນ

0