李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

(ແນະ​ນຳ​ຈີນ​ດ້ວຍ​ຂໍ້​ມູນ) ສິ່ງ​ທຳ​ອິດ​ຂອງ ສ​ປ ຈີນ: ທາງ​ລົດ​ໄຟທີ່ຈີນ​ສ້າງ​ຕົນ​ເອງ​ເສັ້ນ​ທຳ​ອິດ

2019-09-06 14:34:03 cri

    ແນະ​ນຳສິ່ງ​ທຳ​ອິດ​ຂອງ​ ສ​ປ ຈີນ ເພື່ອ​ພາ​ທ່ານໄປ​ຮູ້​ຈັກ​ກັບ​ຜົນ​ສຳ​ເລັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ ສ​ປ ຈີນ​ຕະຫຼອດ​ໄລ​ຍະ 70 ປີ​ຜ່ານ​ມາ. ​ຄຳ​ສັບ​ຕົ້ນ​ຕໍ​ສຳ​ລັບ​ມື້​ນີ້​ແມ່ນ ທາງ​ລົດ​ໄຟທີ່​ຈີນ​ສ້າງ​​ເອງ​ເສັ້ນ​ທຳ​ອິດ.

    ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ມີ​ພູ​ຜາ​ອັນ​ສູງ​ຊັນ​ຢ່າງຫຼວງຫຼາຍ, ການຄົມ​ມະ​ນາ​ຄົມ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ວັນ​ທີ 13 ມິ​ຖຸ​ນາ​ປີ 1952, ທາງ​ລົດ​ໄຟ​ເຊີງ​ຕູ່-ຈຸ່ງ​ກິ່ງ ເຊິ່ງ​ເປັນ​ທາງ​ລົດ​ໄຟ​ທີ່​ຈີນ​ສ້າງ​ຂຶ້ນ​ເອງ​ເສັ້ນ​ທຳ​ອິດ​​ທີ່​ໃຊ້​ເວ​ລາກໍ່​ສ້າງ 2 ປີ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທະ​ຫານກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ 3 ໝື່ນກວ່າ​ຄົນ​ແລະ​ປະ​ຊາ​ຊົນ 1 ແສນກວ່າ​ຄົນ​ນັ້ນ ໄດ້​ສ້າງ​ສຳ​ເລັດ, ທາງ​ລົດ​ໄຟ​ເສັ້ນ​ນີ້​ຍັງ​ເປັນ​ທາງ​ລົດ​ໄຟ​ເສັ້ນ​ສຳ​ຄັນ​​ທຳ​ອິດ​ຂອງ​ເຂດ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

    ປີ 1975, ທາງ​ລົດ​ໄຟ​ປາວ​ຈີ່-ເຊີງ​ຕູ່ ເຊິ່ງ​ເປັນ​ທາງ​ລົດ​ໄຟ​ທີ່​ໃຊ້​ໄຟ​ຟ້າ​ເສັ້ນ​ທຳ​ອິດ​ຂອງ​ຈີນ ໄດ້​ສ້າງ​ສຳ​ເລັດ ເຊິ່ງ​ເຮັ​ດ​ໃຫ້​ປະ​ຫວັດ​ສາດ​ການ​ຄົມ​ມະ​ນາ​ຄົມ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ຢູ່​ແຂວງ​ເສ​ສວນ​ຄື​ດັ່ງບົດ​ກະ​ວີ​ຂອງທ່ານ ຫຼີ​ປາຍ ນັກ​ກະ​ວີຜູ້​ມີ​ຊື່​ສຽງ​ໃນ​ລາ​ຊະ​ວົງ​ຖັງ​ຂອງ​ຈີນທີ່​ຂຽນ​ໄວ້​ວ່າ “ເສັ້ນ​ທາງ​ເສ​ສວນ​ໄປ​ຍາກກວ່າ​ການ​ຂຶ້ນ​ສະ​ຫວັນ” ນັ້ນ​ສິ້ນ​ສຸດ​ລົງ. ປີ 2006, ທາງ​ລົດ​ໄຟ​ຊິ່ງ​ໄຫ-ຕິ​ເບດ​ໄດ້​ເປີດ​ບໍ​ລິ​ການ, ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ອັນ​ດັບ​ໜຶ່ງ​ໃນ​ດ້ານ​ທາງ​ລົດ​ໄຟ​ຂອງ​ໂລກຫຼາຍ​ຢ່າງ. ປີ 2017, ຂະ​ບວນ​ລົດ​ໄຟ “ຟູ້​ຊິ່ງ” ເຊິ່ງ​ເປັນ​ລົດ​ໄຟ​ຄວາມ​ໄວ​ສູງ​ຕາມ​ມາດ​ຕະ​ຖານ​ຈີນ​ທີ່​ຈີນ​ມີ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຕົນ​ທັງ​ໝົດ​ນັ້ນ ໄດ້​ເປີດ​ບໍ​ລິ​ການ ເຊິ່ງ​ເປັນ​ສັນ​ຍະ​ລັກ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ນຳ​ໜ້າ​ໂລກ​ໃນ​ດ້ານ​ອຸ​ປະ​ກອນ​ເຕັກ​ນິກ​ລົດ​ໄຟ​ຄວາມ​ໄວ​ສູງ.

    ມາ​ຮອດ​ທ້າຍ​ປີ 2018, ຈີນ​ມີ​ທາງ​ລົດ​ໄຟ​ທີ່​ໃຫ້​ບໍ​ລິ​ການ​ໃນ​ໄລ​ຍະ​ທາງ 131 ພັນ​ກິ​ໂລ​ແມັດ, ຈີນ​ພວມ​ສ້າງ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໂລກ​ໃຫ້​ສຳ​ເລັດ ເພື່ອ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອ​ງ​ປະ​ເທດ​ຕົນ.

ຄຳ​ເຫັນ

0